UNESCO

ກອງປະຊຸມຄັ້ງທີ 1 ການຮ່າງນິຕິກຳກ່ຽວກັບນະໂຍບາຍຄູແຫ່ງຊາດ ມິຕິທີ 1-4

ກອງປະຊຸມຮ່າງນິຕິກຳກ່ຽວກັບນະໂຍບາຍຄູແຫ່ງຊາດ ມິຕທີ 1-4 ຄັ້ງທີ 1 ຮ່ວມກັບ ອົງການ ອຸຍແນສໂກ ໄດ້ຈັດຂຶ້ນ ໃນວັນທີ 26-30 ກໍລະກົດ 2021, ທີ ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ເຊິ່ງມີຜູ້ເຂົ້າຮ່ວມຈາກ ກົມສ້າງຄູ, ກົມຈັດຕັ້ງ ແລະ ພະນັກງານ, ຄະນະສຶກສາສາດ ມຊ, ສູນພັດທະນາຄູ, ວິທະຍາໄລຄູດົງຄຳຊ້າງ, ຫ້ອງການຄະນະກຳມະທິການແຫ່ງຊາດລາດເພື່ອອຸຍແນສໂກ, ອົງການອຸຍແນສໂກບາງກອກ, ຊ່ຽວຊານທີ່ປຶກສາພາຍໃນ ແລະ ສາກົນຂອງອົງການອຸຍແນສໂກມີຈຳນວນຜູ້ເຂົ້າຮ່ວມ 21 ທ່ານ, ຍິງ 10 ທ່ານ. ກອງປະຊຸມຄັ້ງນີ້ມີຈຸດປະສົງເພື່ອ:  ສ້າງຄວາມເຂົ້າໃຈຢ່າງເລີກເຊິ່ງຂອງບັນດາມິຕິຕ່າງໆໃນນະໂຍບາຍຄູ ຮ່າງນະໂຍບາຍຄູສະບັບທຳອິດໃນຂອບເຂດການພັດທະນາໄປຕາມ 4 ມິຕິຄື: ການຄັດເລືອກ ແລະ ການຮັກສາຄູ, ການສຶກສາຄູ(ກ່ອນ ແລະ ກຳລັງປະຈໍາການ), ການຊັບຊ້ອນຄູ, ໂຄງສ້າງ/ເສັ້ນທາງອາຊີບຄູ. ເພື່ອສ້າງຄວາມເຂົ້າໃຈກ່ຽວກັບຫຼັກການ …

ກອງປະຊຸມຄັ້ງທີ 1 ການຮ່າງນິຕິກຳກ່ຽວກັບນະໂຍບາຍຄູແຫ່ງຊາດ ມິຕິທີ 1-4 Read More »

ກອງປະຊຸມຄັ້ງປະຖົມມະລຶກ ກ່ຽວກັບ ການພັດທະນານະໂຍບາຍຄູແຫ່ງຊາດ ໃນ ສປປ ລາວ

ກົມສ້າງຄູ ຈັດກອງປະຊຸມຄັ້ງປະຖົມມະລຶກ ກ່ຽວກັບ ການພັດທະນານະໂຍບາຍຄູແຫ່ງຊາດ ໃນ ສປປ ລາວ ຮ່ວມກັບ ອົງ​ການ ​ອົງ​ການ ອຸຍ​ແນ​ສ​ໂກ ໃນ​ວັນທີ 14 ແລະ ວັນ​ທີ 16 ກໍ​ລະ​ກົດ 2021 ທີ່ ຫ້ອງ​ປະ​ຊຸມ 425 ຂອງ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ; ໂດຍການເປັນປະທານຂອງ ທ່ານຮ​ສ. ປອ.ພຸດສິມ​ມະ​ລາ​ວົງ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ. ກອງປະຊຸມໃນຄັ້ງນີ້ໄດ້​​ດຳ​ເນີນໃນ 2 ຮູບແບບ ຄື: ແບບ​ເຊິ່ງ​ໜ້າ ແລະ ອອນລາຍ; ກອງ​ປະ​ຊຸມ​ໄດ້​ມີ​ຜູ້​ເຂົ້າ​ຮ່ວມ​ຈາກ ​ກົມ​ສ້າງ​ຄູ, ກົມ​ພົວ​ພັນ​ຕ່າງ​ປະ​ເທດ, ກົມ​ການ​ສຶກ​ສາ​ຊັ້ນ​ສູງ, ກົມນິຕິກໍາ ແລະ ປະກັນຄຸນນະພາບການ​ສຶກ​ສາ, ກົມ​ຈັດ​ຕັ້ງ ແລະ ພະ​ນັກ​ງານ, ​​ກົມ​ອາ​ຊີ​ວະ​ສຶກ​ສາ, ​ກົມ​ສາ​ມັນ​ສຶກ​ສາ, ​ກົມ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ, ກົມ​ການ​ເງິນ, ຫ້ອງ​ການກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, …

ກອງປະຊຸມຄັ້ງປະຖົມມະລຶກ ກ່ຽວກັບ ການພັດທະນານະໂຍບາຍຄູແຫ່ງຊາດ ໃນ ສປປ ລາວ Read More »