ໃນວັນທີ 03-07 ພະຈິກ 2025 ກົມສ້າງຄູ ຮ່ວມກັບຄູ່ຮ່ວມພັດທະນາ UNESCO Bangkok ໄດ້ຈັດກອງປະຊຸມດັດປັບກອບສະມັດຖະພາບດ້ານປັນຍາປະດິດ (AI) ເຂົ້າໃນມາດຕະຖານສະມັດຖະພາບດ້ານ ICT ສຳລັບຄູໃນ ສປປ ລາວ ທີ່ ໂຮງແຮມເດີແກຣມລີເວີຊາຍ 02, ເມືອງວັງວຽງ ແຂວງວຽງຈັນ.
ໃຫ້ກຽດເປັນປະທານໃນຄັ້ງນີ້ ແມ່ນ ທ່ານ ຮສ ນ. ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ແລະ ທ່ານ ນິນີ ທັອງ, ຊ່ຽງຊານໂຄງການ, ອຸຍແນສໂກບາງກອກ. ກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 44 ທ່ານ, ຍິງ 14 ທ່ານ, ເຊີ່ງໃນນັ້ນມາຈາກ ກົມສ້າງຄູ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ຄູສອນ ICT ຈາກສະຖາບັນສ້າງຄູ 10 ແຫ່ງ (ຄະນະສຶກສາສາດ 2 ແຫ່ງ ແລະ ວິທະຍາໄລຄູ 8 ແຫ່ງ), ຜູ້ອໍານວຍການ ແລະ ຄູຈາກໂຮງຮຽນອະນຸບານສາທິດ ດົງຄໍາຊ້າງ, ໂຮງຮຽນປະຖົມ ໂສກປ່າຫຼວງ, ໂຮງຮຽນມັດທະຍົມສົມບູນວຽງຈັນ, ໂຮງຮຽນມັດທະຍົມສົມບູນສາທິດຫຼວງພະບາງ, ໂຮງຮຽນມັດທະຍົມຕອນປາຍສົງປາກເຊ, ຄະນະຮັບຜິດຊອບຈາກອົງການອຸຍແນສໂກບາງກອກ ແລະ ຄະນະຊ່ຽວຊານຈາກ ອົງການອຸຍແນສໂກບາງກອກ ຄະນະສຶກສາສາດ ມະຫາວິທະຍາໄລສິລະປະກອນ ປະເທດໄທ (ເຂົ້າຮ່ວມເປັນຄູຝຶກ).
ຈຸດປະສົງ:
- ເພື່ອທົບທວນ ແລະ ປັບປຸງກອບສະມັດຖະພາບດ້ານປັນຍາປະດິດ (ICT-AI) ສຳລັບຄູໃນ ສປປ ລາວ;
- ເພື່ອພັດທະນາໂມດູນການຝຶກອົບຮົມຄູປະຈຳການ ທີ່ອີງໃສ່ກອບສະມັດຖະພາບດ້ານປັນຍາປະດິດ.
ຜົນໄດ້ຮັບ:
- ສຳເລັດການພັດທະນາກອບສະມັດຖະພາບດ້ານປັນຍາປະດິດ ICT-AI – CST ສຳລັບຄູໃນ ສປປ ລາວ;
- ສຳເລັດໂຄງຮ່າງ, ເນື້ອໃນຫຍໍ້, ຈຸດປະສົງການຮຽນຮູ້, ກິດຈະກໍາ, ເອກະສານປະກອບ ແລະ ວິທີການປະເມີນ ຂອງໂມດູນການຝຶກອົບຮົມ ດ້ານ ICT-AI – CST ສຳລັບຄູໃນ ສປປ ລາວ(ສະບັບຮ່າງ);
- ສໍາເລັດແຜນການພັດທະນາເນື້ອໃນໂມດູນການຝຶກອົບຮົມຄູປະຈໍາການ ລວມທັງຂັ້ນຕອນການທົບທວນ-ກວດແກ້ ແລະ ການທົດລອງນໍາໃຊ້ໂມດູນ.
ແຜນໃນຕໍ່ໜ້າ:
ສືບຕໍ່ຈັດກອງປະຊຸມທົບທວນຄືນ ແລະ ຜ່ານຮັບຮອງກອບສະມັດຖະພາບດ້ານປັນຍາປະດິດ ແລະ ໂມດູນການຝຶກອົບຮົມ ດ້ານ ICT-AI – CST ສໍາລັບຄູໃນ ສປປ ລາວ ໃນວັນທີ 3-5 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ.
