ກອງປະຊຸມຮ່າງນິຕິກຳກ່ຽວກັບນະໂຍບາຍຄູແຫ່ງຊາດ ມິຕທີ 1-4 ຄັ້ງທີ 1 ຮ່ວມກັບ ອົງການ ອຸຍແນສໂກ ໄດ້ຈັດຂຶ້ນ ໃນວັນທີ 26-30 ກໍລະກົດ 2021, ທີ ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ເຊິ່ງມີຜູ້ເຂົ້າຮ່ວມຈາກ ກົມສ້າງຄູ, ກົມຈັດຕັ້ງ ແລະ ພະນັກງານ, ຄະນະສຶກສາສາດ ມຊ, ສູນພັດທະນາຄູ, ວິທະຍາໄລຄູດົງຄຳຊ້າງ, ຫ້ອງການຄະນະກຳມະທິການແຫ່ງຊາດລາດເພື່ອອຸຍແນສໂກ, ອົງການອຸຍແນສໂກບາງກອກ, ຊ່ຽວຊານທີ່ປຶກສາພາຍໃນ ແລະ ສາກົນຂອງອົງການອຸຍແນສໂກມີຈຳນວນຜູ້ເຂົ້າຮ່ວມ 21 ທ່ານ, ຍິງ 10 ທ່ານ. ກອງປະຊຸມຄັ້ງນີ້ມີຈຸດປະສົງເພື່ອ:

ສ້າງຄວາມເຂົ້າໃຈຢ່າງເລີກເຊິ່ງຂອງບັນດາມິຕິຕ່າງໆໃນນະໂຍບາຍຄູ
ຮ່າງນະໂຍບາຍຄູສະບັບທຳອິດໃນຂອບເຂດການພັດທະນາໄປຕາມ 4 ມິຕິຄື: ການຄັດເລືອກ ແລະ ການຮັກສາຄູ, ການສຶກສາຄູ(ກ່ອນ ແລະ ກຳລັງປະຈໍາການ), ການຊັບຊ້ອນຄູ, ໂຄງສ້າງ/ເສັ້ນທາງອາຊີບຄູ.
ເພື່ອສ້າງຄວາມເຂົ້າໃຈກ່ຽວກັບຫຼັກການ ແລະ ວິໃສທັດຂອງນະໂຍບາຍຄູ.
ໂດຍພື້ນຖານກອງປະຊຸມເປັນເອກະພາບ ໃນຮ່າງ, ຂັ້ນຕອນ, ບາງນິຕິກຳ ທີ່ກ່ຽວກັບກັບນະໂຍບາຍຄູ ແລະ ເປັນເອກະພາບໂດຍພື້ນຖານກ່ຽວກັບນື້ອໃນຄວາມມາ, ບໍລິບົດ, ສີ່ງທ້າທາຍຫຼັກ ແລະ ຊ່ອງວ່າງ ໃນການຄົ້ນຄວ້າຂອງຄະນະກຳມະການຮ່າງນິຕິກຳກ່ຽວກັບນະໂຍບາຍຄູແຫ່ງຊາດໃນຂອບເຂດການພັດທະນາໄປຕາມ 1-4 ມິຕິທຳອິດຄື: ການຄັດເລືອກ ແລະ ການຮັກສາຄູ, ການສຶກສາຄູ (ກ່ອນ ແລະ ກຳລັງປະຈໍາການ), ການຊັບຊ້ອນຄູ ແລະ ໂຄງສ້າງ/ເສັ້ນທາງອາຊີບຄູ.
Ref: ບົດລາຍງານກອງປະຊຸມ ເລກທີ …….