ກົມສ້າງຄູ ຈັດກອງປະຊຸມຄັ້ງປະຖົມມະລຶກ ກ່ຽວກັບ ການພັດທະນານະໂຍບາຍຄູແຫ່ງຊາດ ໃນ ສປປ ລາວ ຮ່ວມກັບ ອົງການ ອົງການ ອຸຍແນສໂກ ໃນວັນທີ 14 ແລະ ວັນທີ 16 ກໍລະກົດ 2021 ທີ່ ຫ້ອງປະຊຸມ 425 ຂອງກະຊວງສຶກສາທິການ ແລະ ກິລາ; ໂດຍການເປັນປະທານຂອງ ທ່ານຮສ. ປອ.ພຸດສິມມະລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.

ກອງປະຊຸມໃນຄັ້ງນີ້ໄດ້ດຳເນີນໃນ 2 ຮູບແບບ ຄື: ແບບເຊິ່ງໜ້າ ແລະ ອອນລາຍ; ກອງປະຊຸມໄດ້ມີຜູ້ເຂົ້າຮ່ວມຈາກ ກົມສ້າງຄູ, ກົມພົວພັນຕ່າງປະເທດ, ກົມການສຶກສາຊັ້ນສູງ, ກົມນິຕິກໍາ ແລະ ປະກັນຄຸນນະພາບການສຶກສາ, ກົມຈັດຕັ້ງ ແລະ ພະນັກງານ, ກົມອາຊີວະສຶກສາ, ກົມສາມັນສຶກສາ, ກົມການສຶກສາກ່ອນໄວຮຽນ, ກົມການເງິນ, ຫ້ອງການກະຊວງສຶກສາທິການ ແລະ ກິລາ, ຄະນະສຶກສາສາດ ມຊ, ຜູ້ອຳນວຍການ ສູນພັດທະນາຄູ, ກົມແຜນການ, ວິທະຍາໄລຄູ ດົງຄຳຊ້າງ, ຫ້ອງການກຳມະທິການແຫ່ງຊາດລາວເພື່ອອຸຍແນສໂກ, ຕາງໜ້າຈາກ ສະຫະພາບ ເອີລົບ ປະຈຳ ສປປລາວ, ອົງການ ອຸຍນິເຊັບ, ອົງການ ໄຈການ, ທະນາຄານໂລກ ແລະ ແຜນງານ ບີຄວາ ເຊີ່ງເປັນຄູຮ່ວມພັດທະນາ.

ພ້ອມນີ້, ຍັງມີ ທ່ານ ມາກາເຣັດ ຊາສ-ອິດສະລະເອວ ຫົວໜ້າພະແນກການສຶກສາຮຽນຮ່ວມ ທີ່ມີຄຸນນະພາບ ອຸຍແນສໂກ ບາງກອກ, ທ່ານ ຄາລອດ ວາກາສຕາເມສ ຫົວໜ້າກອງເລຂາຫ້ອງການປະຕິບັດງານສາກົນກ່ຽວກັບຄູ ແລະ ຫົວໜ້າພະແນກການພັດທະນາຄູ ສໍານັກງານໃຫຍ່ ອົງການອຸຍແນສໂກ, ທ່ານ ນ. ນັນທະວັນ ຮາຍສ໌ ຜູ້ຮັບຜິດຊອບໂຄງການ ພັດທະນາຂີດຄວາມສາມາດສຳລັບການສຶກສາ ຢູ່ ສປປ ລາວ ພ້ອມດ້ວຍ ທີມຊ່ຽວຊານທີ່ປຶກສາອົງການອຸຍແນສໂກ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ທັງໝົດ 40 ທ່ານ, ຍິງ 17. ກອງປະຊຸມຄັ້ງນີ້ມີຈຸດປະສົງເພື່ອ:
1) ລາຍງານຂະບວນການ ກະກຽມການຮ່າງນິຕິກຳກ່ຽວກັບນະໂຍບາຍຄູແຫ່ງຊາດທັງໝົດໃຫ້ຄະນະຊີ້ນຳລວມ, ການແຕ່ງຕັ້ງຄະນະກຳມະການຮ່າງນະໂຍບາຍ ແລະ ທົບທວນນະໂຍບາຍ, ຜູ້ທີ່ໄດ້ຮັບຜົນປະໂຫຍດໂດຍກົງ ຈາກບັນດາກົມ, ສະຖາບັນ ແລະ ສູນຕ່າງໆ ພາຍໃນກະຊວງສຶກສາທິການ ແລະ ກິລາ ແລະ ຄູ່ຮ່ວມງານພັດທະນາທີ່ກ່ຽວຂ້ອງຕ່າງໆ ໄດ້ຮັບຊາບ.
2) ຮັບຮູ້ເຖິງ ສະພາບລວມຂອງອົງປະກອບທີ່ກ່ຽວຂ້ອງ ໃນການພັດທະນານະໂຍບາຍຄູແຫ່ງຊາດ ລວມທັງຍຸດທະສາດການຈັດຕັ້ງປະຕິບັດທີ່ມີການກຳນົດງົບປະມານ.
3) ສະເໜີພາບລວມ 9 ມິຕິ ຂອງນະໂຍບາຍຄູ ແລະ ສິ່ງຈຳເປັນທີ່ຕ້ອງປະກອບເຂົ້າ.
4) ນຳສະເໜີເຄື່ອງມື ແລະ ຂອບວຽກ ເພື່ອນຳໃຊ້ເຂົ້າໃນການພັດທະນາແຕ່ລະມິຕິ.
5) ປຶກສາຫາລື ແລະ ຕົກລົງ ກ່ຽວກັບໂຄງຮ່າງຂອງນະໂຍບາຍຄູແຫ່ງຊາດ.
ກອງປະຊຸມຍັງໄດ້ຮັບຟັງບາງຄຳຄິດເຫັນຂອງຜູ້ເຂົ້າຮ່ວມ ແລະ ລັດຖະມົນຕີກໍໄດ້ເນັ້ນໃນບາງຈຸດດັ່ງນີ້:
ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ແລະ ບັນດາທ່ານມີຄວາມເປັນເອກະພາບກັບຮ່າງນະໂຍບາຍ ແລະ ເຫັນໄດ້ເຖິງຄວາມຈຳເປັນ ທີ່ຕ້ອງໄດ້ປັບປຸງນະໂຍບາຍຄູແຫ່ງຊາດໃຫ້ມີຄວາມສອດຄ່ອງກັບສະພາບຕົວຈິງ ແລະ ຫຼຸດ ຜ່ອນຊ່ອງວ່າງໃຫ້ໜ້ອຍທີ່ສຸດ.
ຮຽກຮ້ອງໃຫ້ຄະນະຮັບຜິດຊອບຮ່າງ ເອົາໃຈໃສ່ສຶກສາຄົ້ນຄວ້າ ບັນດາເອກະສານຕ່າງໆ ທີ່ກ່ຽວຂ້ອງໂດຍສະ ເພາະຄູ່ມື ການພັດທະນານະໂຍບາຍຄູ.
Ref: ບົດລາຍງານກອງປະຊຸມ ເລກທີ …….