ຂ່າວ

ຫົວຂໍ້ຫຼັກແມ່ນຮວບຮ່ວມຂ່າວທັງໝົດ

ຝຶກອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ພະນັກງານ-ນັກຮົບ ຊຸດທີ III

ວັນທີ 18 ສິງຫາ 2025 ນີ້, ກະຊວງປ້ອງກັນປະເທດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີ ເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ພະນັກງານ-ນັກຮົບ ເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ III ຢ່າງເປັນທາງການ ຢູ່ວິທະຍາໄລເຕັກນິກວິຊາຊີບແບບປະສົມແຂວງຊຽງຂວາງ, ໂດຍການເປັນປະທານຮ່ວມຂອງທ່ານ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ທ່ານນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ. ໂອກາດນີ້, ທ່ານ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ໄດ້ກ່າວວ່າ: ສໍາລັບເນື້ອໃນເອກະສານ ແລະ ບົດສອນທີ່ນໍາມາອົບຮົມໃນຄັ້ງນີ້ ປະກອບມີ: ການສອນຊັ້ນປະຖົມສຶກສາ ແລະ ພາບລວມຂອງຫຼັກສູດ, ການສອນພາສາລາວ, ການສອນຄະນິດສາດ, ການສອນວິທະຍາສາດ, ການແຕ່ງບົດສອນ, ສອນທົດລອງ ແລະ ປະເມີນລວມເຖິງການໃຫ້ຄະແນນ. ການເຝິກອົບຮົມໃນຄັ້ງນີ້ ມີສຳມະນາກອນເຂົ້າຮ່ວມ ທັງໝົດ 117 […]

ຝຶກອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ພະນັກງານ-ນັກຮົບ ຊຸດທີ III Read More »

ສສກ ປະກາດແຕ່ງຕັ້ງຕໍາແໜ່ງບໍລິຫານ ຂັ້ນຫົວໜ້າກົມ 7 ທ່ານ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜງບໍລິຫານ ຂັ້ນຫົວໜ້າກົມ ເມື່ອວັນທີ 5 ສິງຫາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສຳນັກພິມສຶກສາແລະ ກິລາ, ຜູ້ອຳນວຍການ, ຮອງຜູ້ອຳນວຍການ ສະຖາບັນ, ວິທະຍາໄລ ແລະ ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ສສກ ໄດ້ຂຶ້ນຜ່ານດຳລັດ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ ທັງໝົດ 7 ທ່ານ ໂດຍນາຍົກລັດຖະມົນຕີອອກດຳລັດ ແຕ່ງຕັ້ງ ທ່ານ ສີທອງ ສີຂາວ ເປັນຫົວໜ້າກົມແຜນການ,

ສສກ ປະກາດແຕ່ງຕັ້ງຕໍາແໜ່ງບໍລິຫານ ຂັ້ນຫົວໜ້າກົມ 7 ທ່ານ Read More »

ເປີດອົບຮົມວິຊາຄູ ຊັ້ນປະຖົມສຶກສາ ໃຫ້ພະນັກງານ-ນັກຮົບ ໄປຊ່ວຍສິດສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ II

          ວັນທີ 27 ມິຖຸນານີ້, ກະຊວງປ້ອງກັນປະເທດຮ່ວມກັບກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ ພະນັກງານ-ນັກຮົບ ເພື່ອໄປຊ່ວຍສອນຢູ່ເຂດຫາງໄກສອກຫຼີກ ຊຸດທີ II ຢ່າງເປັນທາງການ ຢູ່ວິທະຍາໄລຄູຫຼວງພະບາງ, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີສະຫາຍ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ແຂວງຫຼວງພະບາງ, ມີບັນດາສະຫາຍຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄະນະອຳນວຍການວິທະຍາໄລຄູຫຼວງພະບາງ, ຄະນະພັກ-ຄະນະບັນຊາກອງບັນຊາທະຫານ 6 ແຂວງພາກເໜືອ, ພະນັກງານວິຊາການຈາກກະຊວງປ້ອງກັນປະເທດ, ກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນ ແລະ ນັກສຳມະນາກອນເຂົ້າຮ່ວມ.    

ເປີດອົບຮົມວິຊາຄູ ຊັ້ນປະຖົມສຶກສາ ໃຫ້ພະນັກງານ-ນັກຮົບ ໄປຊ່ວຍສິດສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ II Read More »

ກອງປະຊຸມ ໜ່ວຍງານວິຊາການຂະແໜງການຍ່ອຍການສຶກສາຄູ

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມທີ່ ຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ ວັນທີ: 20 ມິຖຸນາ 2025; ໂດຍການເປັນປະທານ ແມ່ນທ່ານ ຮສ.ນາງ ວົງເດືອນ ໂອໃສ ວ່າການແທນຫົວໜ້າກົມສ້າງຄູ ຮ່ວມກັບ ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ແລະ ທ່ານ ເອຊີຄຽນ ມາຄົງ ທີ່ໄດ້ຮັບໜ້າທີ່ເປັນ ຜູ້ປະສານງານໂຄງການຂອງ ອຸຍແນສໂກ ປະຈໍາ ສປປ ລາວ ເຊິ່ງເປັນກອງປະຊຸມ ຄັ້ງທີສອງ ສໍາລັບປີ 2025 ແລະ ເປັນຄັ້ງທີ 8 ນັບແຕ່ມີການຈັດຕັ້ງໜ່ວຍງານວິຊາການຂະແໜງການຍ່ອຍການສຶກສາຄູໃນປີ 2023. ໜ່ວຍງານວິຊາການຂະແໜງການຍ່ອຍການສຶກສາຄູ ເຊິ່ງເປົ້າໝາຍລວມ ຂອງໜ່ວຍງານຂະແໜງການຍ່ອຍການສຶກສາຄູນີ້ ແມ່ນເພື່ອສະໜັບສະໜູນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ(SDGs) ເປົ້າໝາຍທີ 4: “ຮັບປະກັນການສຶກສາທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ເທົ່າທຽມກັນ ແລະ ສົ່ງເສີມໂອກາດດ້ານການຮຽນຮູ້ຕະຫຼອດຊີວິດສຳລັບທຸກຄົນ” ໂດຍສະເພາະເນັ້ນໃສ່ຄາດໝາຍທີ 4ຄ ເພື່ອເພີ່ມທະວີການສະໜອງຄູສອນທີ່ມີຄຸນນະ

ກອງປະຊຸມ ໜ່ວຍງານວິຊາການຂະແໜງການຍ່ອຍການສຶກສາຄູ Read More »

ກອງປະຊຸມຜູ້ບໍລິຫານສະຖານການສຶກສາຄູ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມກອງຜູ້ບໍລິຫານສະຖານການສຶກສາຄູ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ເພື່ອເປັນການສະຫຼຸບ ແລະ ຕີລຄາວຽກງານການເຄື່ອນໄຫວຜ່ານມາ ພ້ອມວາງທິດທາງແຜນການຕໍ່ໜ້າ ແນໃສ່ເຮັດໃຫ້ວຽກງານເປັນຕາມແຜນທີ່ກຳນົດໄວ້.            ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ ວົງເດືອນ ໂອໄສ ວ່າການແທນຫົວໜ້າກົມສ້າງຄູ ສສກ, ບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ສະຖາບັນ, ສູນພາຍໃນກະຊວງ, ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ

ກອງປະຊຸມຜູ້ບໍລິຫານສະຖານການສຶກສາຄູ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 Read More »

ຈັດພິທີ ມອບ-ຮັບ ອາຄານຮຽນໂຮງຮຽນສາທິດ ຂອງວິທະຍາໄລຄູ 8 ແຫ່ງ ພາຍໃຕ້ໂຄງການ ປັບປຸງວິທະຍາໄລຄູໃນ ສປປ ລາວ

ວັນທີ 3 ມີນາ 2025, ໄດ້ຈັດພິທີ ມອບ-ຮັບ ອາຄານຮຽນໂຮງຮຽນສາທິດ ຂອງວິທະຍາໄລຄູ 8 ແຫ່ງ ພາຍໃຕ້ໂຄງການ ປັບປຸງວິທະຍາໄລຄູໃນ ສປປ ລາວ ໂດຍການຊ່ວຍເຫຼືອລ້າຈາກລັດຖະບານແລະປະຊາຊົນຍີ່ປຸ່ນໂດຍຜ່ານອົງການໄຈກ້າ. ເປັນກຽດເຂົ້າຮ່ວມຂອງ ທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶ ມິຊຶໂຕະມຸ, ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ມິຢາໂກະ ໂຄບາຢາຊິ ຫົວໜ້າ ອົງການ ໄຈກາ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ, ສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ບັນດາທ່ານ ຜູ້ອໍານວຍການ ວິທະຍາໄລຄູ 8 ແຫ່ງ, ພ້ອມດ້ວຍຄູ-ອາຈານ ແລະ

ຈັດພິທີ ມອບ-ຮັບ ອາຄານຮຽນໂຮງຮຽນສາທິດ ຂອງວິທະຍາໄລຄູ 8 ແຫ່ງ ພາຍໃຕ້ໂຄງການ ປັບປຸງວິທະຍາໄລຄູໃນ ສປປ ລາວ Read More »

ພິທີເຊັນບົດບັນທຶກ ການຮ່ວມມືຂອງທີມງານຊ່ຽວຊານ JICA ຈາກ ລັດຖະບານຍີ່ປຸ່ນ ສໍາລັບ ໂຄງການປັບປຸງ ສູນພັດທະນາຄູຂັ້ນແຂວງ 9 ແຂວງ

ທີມງານຊ່ຽວຊານ ໄດ້ສໍາເລັດການລົງສໍາຫຼວດສະຖານທີ່ຈະປຸກສ້າງ ແລະ ປັບປຸງ ສູນພັດທະນາຄູ ໃນ 7 ແຂວງຄື: ແຂວງ ຜົ້ງສາລີ, ບໍ່ແກ້ວ, ອຸດົມໄຊ, ຫົວພັນ, ໄຊຍະບູລີ, ຄໍາມ່ວນ, ເຊກອງ ແລະ ອັດຕະປື ຄັ້ງທີ 1 ໃນເດືອນ ກຸມພາ ຫາ ມີນາ 2024 ແລະ ໄດ້ຮ່ວມເຮັດວຽກກັບ ກົມວິຊາການທີ່ກ່ຽວຂ້ອງ ພ້ອມທັງໄດ້ເຊັນບົດບັນທຶກເບື້ອງຕົ້ນ ຂອງໂຄງການ ຕໍ່ກັບ ຜົນໄດ້ຮັບຈາກການສໍາຫຼວດເກັບກໍາຂໍ້ມູນ ຢູ່ແຕ່ລະແຂວງ ໃນວັນທີ 30 ມີນາ 2024 ໂດຍທ່ານ ຫົວໜ້າຫ້ອງການກະຊວງ; ຈາກນັ້ນ, ໂດຍອີງຕາມການສະເໜີ ຂອງກົມວິຊາການຂັ້ນກະຊວງ ໃນໄລຍະປະຊຸມຮ່ວມກັນຄັ້ງທີ 1 ໄດ້ສະເໜີຂໍເພີ່ມອີກ 2 ແຂວງ, ຈາກ 7 ແຂວງ ເປັນ 9 ແຂວງ, ເຊິ່ງ JICA

ພິທີເຊັນບົດບັນທຶກ ການຮ່ວມມືຂອງທີມງານຊ່ຽວຊານ JICA ຈາກ ລັດຖະບານຍີ່ປຸ່ນ ສໍາລັບ ໂຄງການປັບປຸງ ສູນພັດທະນາຄູຂັ້ນແຂວງ 9 ແຂວງ Read More »

ພິທີມອບ-ຮັບ ປຶ້ມຄູ່ມືນໍາໃຊ້ການຝຶກອົບຮົມ ສໍາລັບ ໂຄງການຊ່ອຍເຫຼືອ ຍົກລະດັບຂີດຄວາມສາມາດໃຫ້ ຄູ-ອາຈານ ໃນເຂດຊົນນະບົດ ຂອງ ສປປ ລາວ ໄດ້ຈັດຂຶ້ນຢ່າງຈົບງາມ.

         ວັນທີ 8 ສິງຫານີ້, ພິທີມອບຮັບອຸປະກອນໂຄງການຍົກສູງຄຸນນະພາບ ແລະ ຄວາມສາມາດຂອງຄູຊົນນະບົດໃນລາວ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ແຫ່ງ ສປປ ລາວ ຢ່າງເປັນທາງການ ໂດຍ ສປ ຈີນໄດ້ມອບປື້ມຄູ່ມື “ບົດແນະນຳການກໍ່ສ້າງລະບົບການສຶກສາ ແລະລະບົບການຝຶກອົບຮົມ ສໍາລັບຜູ້ອໍານວຍການ ແລະຄູອາຈານ ໃນໂຮງຮຽນປະຖົມແລະມັດທະຍົມໃນ ສປປ ລາວ”, “ປຶ້ມຄູ່ມືຝຶກອົບຮົມ ສຳລັບຜູ້ອໍານວຍການ ໃນໂຮງຮຽນປະຖົມ ແລະ ມັດທະຍົມໃນ ສປປ ລາວ” ແລະ “ປຶ້ມຄູ່ມືຝຶກອົບຮົມສໍາລັບຄູ ອາຈານໃນໂຮງຮຽນ ປະຖົມ ແລະມັດທະຍົມ ໃນ ສປປ ລາວ”, ທັງໝົດນີ້ ເປັນຂີດໝາຍອັນໃໝ່ໃນການຮ່ວມມືລະຫວ່າງສອງປະເທດໃນຂົງເຂດການສຶກສາ. ພິທີມອບ-ຮັບດັ່ງກ່າວໄດ້ຈັດຂຶ້ນທີ່ກະຊວງສຶກສາທິການ ແລະກິລາຂອງລາວ. ປູສີມາລາວົງ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາລາວ, ທ່ານ ສອນໄຊ ສີພັນດອນ ຮອງປະທານຄະນະກຳມາທິການການຮ່ວມມືລາວ-ຈີນ, ທ່ານ ຟາງຮົ່ງ, ເອກອັກຄະລັດຖະທູດຈີນປະຈຳລາວ,

ພິທີມອບ-ຮັບ ປຶ້ມຄູ່ມືນໍາໃຊ້ການຝຶກອົບຮົມ ສໍາລັບ ໂຄງການຊ່ອຍເຫຼືອ ຍົກລະດັບຂີດຄວາມສາມາດໃຫ້ ຄູ-ອາຈານ ໃນເຂດຊົນນະບົດ ຂອງ ສປປ ລາວ ໄດ້ຈັດຂຶ້ນຢ່າງຈົບງາມ. Read More »

ກອງປະຊຸມພັດທະນາເນື້ອໃນມາດຕະຖານການສອນ ຂອງຄູໃນສະຖານການສ້າງຄູ

ໃນວັນທີ 28-30 ກັນຍາ 2023 ທີ່ຜ່ານມາ ກົມສ້າງຄູ ໄດ້ຈັດກອງປະຊຸມພັດທະນາເນື້ອໃນມາດຕະຖານການສອນ ຂອງຄູໃນສະຖານການສ້າງຄູ ທີ່ຫ້ອງປະຊຸມສະໂມສອນໄຟຟ້າ, ເມືອງແກ້ວອຸດົມ ແຂວງ ວຽງຈັນ. ໃຫ້ກຽດເປັນປະທານຂອງ ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະກິລາ. ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 7 ທ່ານ ທີ່ມາຈາກກົມສ້າງຄູ, ກົມຈັດຕັ້ງ ແລະ ພະນັກງານ, ກົມການສຶກສາຊັ້ນສູງ, ກົມປະກັນຄຸນນະພາບ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ຄະນະສຶກສາສາດ ມຊ ແລະ ວິທະຍາໄລຄູ 8 ແຫ່ງເຊິ່ງປະກອບມີ ວຄ ຫຼວງນ້ຳທາ, ວຄ ຫຼວງພະບາງ, ວຄ ຄັງໄຂ, ວຄ ບ້ານເກິນ, ວຄ ດົງຄຳຊ້າງ, ວຄ ສະຫວັນນະເຂດ, ວຄ ສາລະວັນ ແລະ  ວຄ ປາກເຊ. ຈຸດປະສົງ

ກອງປະຊຸມພັດທະນາເນື້ອໃນມາດຕະຖານການສອນ ຂອງຄູໃນສະຖານການສ້າງຄູ Read More »

ກອງປະຊຸມຄັ້ງທີ1: ການພັດທະນາໂມດູນການສອນວິຊາ ICT ໃນການຮຽນການສອນຂອງຫຼັກສູດສ້າງຄູ ທຸກຊັ້ນ-ທຸກສາຍ ໃນ ສປປ ລາວ

ໃນວັນທີ 25-29 ຕຸລາ 2023 ກົມສ້າງຄູ ຮ່ວມກັບຄູ່ຮ່ວມພັດທະນາ UNESCO Bangkok  ໄດ້ຈັດກອງປະຊຸມຄັ້ງທີ1: ການພັດທະນາໂມດູນການສອນວິຊາ ICT ໃນການຮຽນການສອນຂອງຫຼັກສູດສ້າງຄູ ທຸກຊັ້ນ-ທຸກສາຍ ໃນ ສປປ ລາວ ທີ່ວິທະຍາໄລຄູຫຼວງພຣະບາງ, ນະຄອນຫຼວງພະບາງ,​ ສປປ ລາວ. ໃຫ້ກຽດເປັນປະທານຂອງ ທ່ານ ອຈ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະກິລາ, ປະທານຮ່ວມ ທ່ານ ອຈ ຫຸມພັນ ຄອນສະຫັວດ ຜູ້ອຳນວຍການ ວິທະຍາໄລຄູຫຼວງພະບາງ ແລະ ທ່ານ ນາງ ນັນທະວັນ ຮາຍ ຜູ້ປະສານງານໂຄງການ ຈາກ UNESCO Bangkok . ກອງປະຊຸມຄັ້ງມີຜູ້ເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 5 ທ່ານ, ເຊີ່ງໃນນັ້ນມາຈາກກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, 

ກອງປະຊຸມຄັ້ງທີ1: ການພັດທະນາໂມດູນການສອນວິຊາ ICT ໃນການຮຽນການສອນຂອງຫຼັກສູດສ້າງຄູ ທຸກຊັ້ນ-ທຸກສາຍ ໃນ ສປປ ລາວ Read More »