ວັນທີ 3 ມີນາ 2025, ໄດ້ຈັດພິທີ ມອບ-ຮັບ ອາຄານຮຽນໂຮງຮຽນສາທິດ ຂອງວິທະຍາໄລຄູ 8 ແຫ່ງ ພາຍໃຕ້ໂຄງການ ປັບປຸງວິທະຍາໄລຄູໃນ ສປປ ລາວ ໂດຍການຊ່ວຍເຫຼືອລ້າຈາກລັດຖະບານແລະປະຊາຊົນຍີ່ປຸ່ນໂດຍຜ່ານອົງການໄຈກ້າ.
ເປັນກຽດເຂົ້າຮ່ວມຂອງ ທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶ ມິຊຶໂຕະມຸ, ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ມິຢາໂກະ ໂຄບາຢາຊິ ຫົວໜ້າ ອົງການ ໄຈກາ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ, ສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ບັນດາທ່ານ ຜູ້ອໍານວຍການ ວິທະຍາໄລຄູ 8 ແຫ່ງ, ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ທ່ານ ນາງ ວົງເດືອນ ໂອໃສ ວ່າການແທ່ນ ຫົວໜ້າກົມສ້າງຄູ ໄດ້ລາຍງານຜົນສໍາເລັດໃນການຈັດຕັັ້ງປະຕິບັດໂຄງການກໍ່ສ້າງໂຮງຮຽນສາທິດ ຂອງວິທະຍາໄລຄ 8 ແຫ່ງ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູ ໃນ ສປປ ລາວ ເປົ້າໝາຍຂອງໂຄງການແມ່ນ ເພື່ອພັດທະນາ ແລະ ຍົກລະດັບຄຸນນະພາບການຮຽນ-ການສອນຂອງໂຮງຮຽນສາທິດ ໂດຍການປັບປຸງອາຄານຮຽນ ແລະ ອຸປະກອນສື່ການຮຽນ-ການສອນຕ່າງໆ ສໍາລັບວິທະຍາໄລຄູ ແລະ ໂຮງຮຽນສາທິດ ໃນ ສປປ ລາວ. ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າ ມູນຄ່າ ໜຶ່ງພັນເກົ້າຮ້ອຍສິບສອງລ້ານເຢັນ-ສະກູນເງິນຍີ່ປຸ່ນ (JPY1,912,000,000); ຫຼືເທົ່າກັບ 18 ລ້ານໂດລາສະຫາລັດ ແລະ ລັດຖະບານ ສປປ ລາວ 181,100 ໂດລາສະຫະລັດ; ເລີ່ມຈັດຕັ້ງປະຕິບັດ ແຕ່ວັນທ 10 ເດືອນກັນຍາ ປີ 2020 ເຖິງ ວັນທີ 31 ທັນວາ 2026.
ໃນໂອກາດນີ້ ທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມີຄຳເຫັນຕໍ່ພິທີ ແລະ ມອບຄວາມຮັບຜິດຊອບມາຍັງບັນດາທ່ານ ຜູ້ອໍານວຍການວິທະຍາໄລຄູທັງ 8 ແຫ່ງ ຮ່ວມກັບປະແນກສຶກສາທິການ ແລະ ກິລາ ແຂວງ / ນະຄອນຫຼວງ ຈົ່ງເປັນເຈົ້າການໃນຄຸ້ມຄອງບໍລິຫານການນໍາໃຊ້ ອາຄານ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ຖືກຕາມຈຸດປະສົງ ແລະ ເປົ້າໝາຍທີ່ກໍານົດໄວ້ ແລະ ເປັນເຈົ້າການໃນການບໍາລຸງຮັກສາໃຫ້ເປັນປົກກະຕິ ເພື່ອເຮັດໃຫ້ການນໍາໃຊ້ອາຄານ ແລະ ສິ່ງອໍານວຍຄວາມສະດວກໃນໂຮງຮຽນສາທິດ ທັງ 8 ແຫ່ງ ໃຫ້ມີປະສິດທິພາບ ແລະ ເກີດປະໂຫຍດສູງສຸດ.
ໃນພິທີຍັງໄດ້ມີການຕັດແຖບຜ້າ ເພຶ່ອເປັນສັນຍາລັກໃນການມອບ-ຮັບໂຄງການຢ່າງເປັນທາງການ, ຮ່ວມກັນປູກຕົ້ນໄມ້ຢູ່ທີ່ເດີ່ນໂຮງຮຽນສາທິດຂອງວິທະຍາໄລຄູບ້ານເກິນ ແລະ ຢ້ຽມຊົມອາຄານຮຽນ ແລະ ການຮຽນ-ການສອນຂອງຄູ ແລະ ນັກຮຽນ ໃນໂຮງຮຽນດັ່ງກ່າວຕື່ມອີກ.
