ກອງປະຊຸມຜູ້ບໍລິຫານສະຖານການສຶກສາຄູ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມກອງຜູ້ບໍລິຫານສະຖານການສຶກສາຄູ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ເພື່ອເປັນການສະຫຼຸບ ແລະ ຕີລຄາວຽກງານການເຄື່ອນໄຫວຜ່ານມາ ພ້ອມວາງທິດທາງແຜນການຕໍ່ໜ້າ ແນໃສ່ເຮັດໃຫ້ວຽກງານເປັນຕາມແຜນທີ່ກຳນົດໄວ້.
            ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ ວົງເດືອນ ໂອໄສ ວ່າການແທນຫົວໜ້າກົມສ້າງຄູ ສສກ, ບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ສະຖາບັນ, ສູນພາຍໃນກະຊວງ, ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ 17 ແຂວງ, ນະຄອນຫຼວງວຽງຈັນ, ຄະນະບໍດີ-ຮອງຄະນະບໍດີ ຄະນະສຶກສາສາດຈາກມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈໍາປາສັກ, ຜູ້ອໍານວຍການ-ຮອງຜູ້ອໍານວຍການ ຈາກວິທະຍາໄລຄູ ທັງ 8 ແຫ່ງ ຈາກວິທະຍາໄລສົງ ອົງຕື້ ແລະ ຈໍາປາສັກ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທາງເຊິ່ງໜ້າ ແລະ ອອນລາຍ.

               ໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ກອງປະຊຸມຜູ້ບໍລິຫານສະຖານການສຶກສາຄູໃນຄັ້ງນີ້ ເປັນກອງປະຊຸມໜຶ່ງທີ່ມີຄວາມໝາຍສໍາຄັນຢ່າງຍິ່ງຕໍ່ການປັບປຸງຄຸນນະພາບການສຶກສາ ເວົ້າລວມ, ເວົ້າສະເພາະ ຄຸນນະພາບການຈັດການຮຽນການສອນໃນສະຖານການສ້າງຄູ, ຄູມີວິທີການສອນທີ່ມີປະສິດທິພາບ ແລະ ມີຄວາມຮູ້ວິຊາສະເພາະທີ່ໜັກແໜ້ນ ຈຶ່ງຈະເຮັດໃຫ້ນັກຮຽນມີຜົນການຮຽນດີ, ເຊິ່ງປັດໄຈສໍາຄັນແມ່ນມາຈາກຄວາມຮັບຜິດຊອບຂອງຄູ ແລະ ຜູ້ບໍລິຫານສະຖານການສຶກສາຄູທຸກໆແຫ່ງ, ເຊິ່ງກອງປະຊຸມຄັ້ງນີ້ ຈະເປັນສ່ວນໜຶ່ງໃນການຕີລາຄາຜົນການຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງການການສຶກສາ ແລະ ກິລາ ຄັ້ງທີ IX (2020-2025) ເວົ້າລວມ, ເວົ້າສະເພາະແມ່ນ ແຜນພັດທະນາຂະແໜງຍ່ອຍການສຶກສາຄູ; ໃນສົກຮຽນ 2024-2025 ນີ້ ເປັນສົກຮຽນສຸດທ້າຍ ຂອງການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ IX (2020-2025) ພ້ອມທັງເປັນການຜັນຂະຫຍາຍມະຕິກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາປີ 2024, ການກະກຽມ ແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ 5 ປີຄັ້ງທີ X (2026-2030) ໃຫ້ມີ ເນື້ອໃນ, ຈຸດປະສົງ ແລະ ຄາດໝາຍຜົນໄດ້ຮັບທັງດ້ານປະລິມານ ແລະ ຄຸນນະພາບທີ່ແທດເໝາະກັບສະພາບການຫັນປ່ຽນດ້ານການສຶກສາທີ່ທັນສະໄໝ.

           ຕະຫຼອດໄລຍະຜ່ານມາ ເຫັນໄດ້ວ່າການຈັດຕັ້ງປະຕິບັດວຽກງານການສຶກສາຄູ ເຖິງແມ່ນວ່າຈະມີບັນຫາຫຼາຍດ້ານ ເປັນຕົ້ນຈຳນວນນັກສຶກສາຈົບໃໝ່ເຂົ້າຮຽນຄູຫຼຸດລົງ, ຄູອາສາສະໝັກບໍ່ໄດ້ຖືກບັນຈຸ ແລະ ບັນຫາອື່ນໆ ແຕ່ຜູ້ບໍລິຫານສະຖານການສຶກສາທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ພ້ອມເອົາໃຈໃສ່ປະຕິບັດວຽກງານຂອງຕົນເອງດ້ວຍຄວາມຮັບຜິດຊອບສູງ, ໂດຍກອງປະຊຸມໃນຄັ້ງນີ້ ແມ່ນຈະໄດ້ມີການແລກປ່ຽນກັນຫຼາຍຫົວຂເປັນຕົ້ນແມ່ນບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານການສຶກສາຄູ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025; ສະຫຼຸບ ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການຍ່ອຍການສຶກສາຄູ 5 ປີ ຄັ້ງທີ IX (2021-2025) ແລະ (ຮ່າງ) ແຜນພັດທະນາຂະແໜງການຍ່ອຍການສຶກສາຄູ 5 ປີ ຄັ້ງທີ X (2026-2030); ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສໍາລັບຄູການສຶກສາກ່ອນໄວຮຽນ, ຊັ້ນປະຖົມ ແລະ ມັດທະຍົມສຶກສາ; ແຜນຄາດຄະເນການຈັດຕັ້ງປະຕິບັດກິດຈະກໍານໍາໃຊ້ງົບປະມານປະຈໍາປີ 2025 (ພາກ 63); ກົນໄກການກໍ່ສ້າງຄູ ໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງທ້ອງຖິ່ນ; ມາດຕະການເພື່ອຊຸກຍູ້ສົ່ງເສີມໃຫ້ນັກຮຽນທີ່ມີຄຸນນະພາບເຂົ້າມາຮຽນຄູ ແລະ ວິທີການພັດທະນາໂຮງຮຽນສາທິດ ແລະ ໂຮງຮຽນເຄືອຂ່າຍຂອງວິທະຍາໄລຄູທົ່ວປະເທດ ໃຫ້ກາຍເປັນໂຮງຮຽນຕົວແບບ ແລະ ການຈັດຕັ້ງປະຕິບັດວຽກງານການລົງຝຶກຫັດວິຊາຊີບຄູ ແລະ ການຈັດຕັ້ງປະຕິບັດວຽກງານນິເທດພາຍໃນ (IPS).

               ພ້ອມດຽວກັນນັ້ນ, ທ່ານຍັງໄດ້ມີຄໍາເຫັນຊີ້ນໍາກ່ຽວກັບການເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ໃນຂັ້ນຕົນຮັບຜິດຊອບຄື: ຈົ່ງເອົາໃຈໃສ່ ວຽກງານການສຶກສາອົບຮົມດ້ານແນວຄິດການເມືອງ ໃຫ້ແກ່ ພະນັກງານ ແລະ ຄູອາຈານ ໃນສະຖານການສຶກສາຄູ ໃຫ້ມີແນວຄິດທຸ່ນທ່ຽງ, ປະຕິບັດໜ້າທີ່ຂອງຕົນຢ່າງມີຄວາມຮັບຜິດຊອບສູງ, ບໍ່ໃຫ້ມີແນວຄິດຄອນແຄນຕໍ່ສະພາບບັນຫາດ້ານເສດຖະກິດທີ່ເກີດຂຶ້ນໃນສັງຄົມ, ເຊື້ອໝັ້ນຕໍ່ແນວທາງຂອງພັກ ແລະ ມີຈັນຍາບັນໃນອາຊີບຄູ ຂອງຕົນ; ໃຫ້ພ້ອມກັນແກ້ໄຂ ບັນຫານັກຮຽນສາມັນສຶກສາບໍ່ມາຮຽນຄູ ໂດຍການສົມທົບກັບອົງການປົກຄອງທ້ອງຖິ່ນ ເຂດບໍລິການຂອງແຕ່ລະສະຖານການສຶກສາຄູ; ຊຶ່ງຕໍ່ໄປ ຈະໄດ້ມອບຄວາມຮັບຜິດຊອບໃຫ້ແຂວງ ແລະ ເມືອງ ບ່ອນທີ່ຂາດຄູ ປຸກລະດົມ ແລະ ສ້າງເງື່ອນໄຂ ໃຫ້ຄົນມາຮຽນຄູໃຫ້ຫຼາຍຂຶ້ນ ອິງຕາມຈຳນວນຄູ ແລະ ວິຊາທີ່ຂາດແຄນໃນແຕ່ລະທ້ອງຖິ່ນ; ຊຶ່ງປັດຈຸບັນ ລັດຖະບານ ກໍໄດ້ພິຈາລະນາອະນຸມັດເບັ້ຍລ້ຽງຄູ ເປັນ 700.000 ກີບ ຊຶ່ງຈະເປັນແຮງກະຕຸກຊຸກຍູ້ຕື່ມ; ສະຖານການສຶກສາຄູ ຕ້ອງເປັນສະຖານທີ່ ທີ່ເປັນຕົວແບບຮອບດ້ານ, ຊຶ່ງຕ້ອງເລີ່ມຈາກ ຜູ້ບໍລິຫານ ແລະ ຄູອາຈານ; ການເປັນຕົວແບບລວມທັງດ້ານວິຊາການ, ການໃຊ້ຊີວິດ ແລະ ບັນດາທັກສະທີ່ຈຳເປັນ ໃນເວລາທີ່ຜູ້ຮຽນຈົບ ສາມາດທີ່ຈະນຳໃຊ້ຄວາມຮູ້ເລົ່ານັ້ນ ໄປພັດທະນາສະຖານການສຶກສາທີ່ເຂົາເຈົ້າໄປສອນ; ສຸມໃສ່ ການຄົ້ນຄວ້າ ແລະ ວິໄຈ ກ່ຽວກັບຄວາມຕ້ອງການໃນການພັດທະນາວິຊາຊີບຂອງຄູ ແຕ່ລະສາຍ, ສົມທົບແໜ້ນ ແລະ ຝຶກປະຕິບັດ ທີ່ ສະຖານການສຶກສາ ທັງພາກລັດ ແລະ ເອກະຊົນ ; ຊຶ່ງປັດຈຸບັນ ບັນດາສະຖານການສຶກສາເອກະຊົນ ກໍໄດ້ພົບກັບບັນຫາການຂາດຄູ,ເຂົາເຈົ້າບາງອັນແມ່ນ ມີອຸປະກອນ ແລະ ເຄື່ອງມືການຈັດການຮຽນ-ການສອນ ທີ່ທັນສະໄໝ; ຖ້າເຮັດໄດ້ແນວນັ້ນ ຈະເປັນການສ້າງຄູ ທີ່ແທດກັບຕົວຈິງຫຼາຍຂຶ້ນ; ພ້ອມກັນເອົາໃຈໃສ່ໃນການພັດທະນາໂຮງຮຽນສາທິດ ໃຫ້ກາຍເປັນ ໂຮງຮຽນຕົວແບບ ແລະ ເປັນສູນບໍລິການດ້ານການຄົ້ນຄວ້າ ການຮຽນການສອນ ເພື່ອຍົກສູງຄຸນນະພາບການຮຽນຮູ້ ຂອງນັກຮຽນໃນລະດັບສາມັນສຶກສາ ໂດຍສະເພາະ ການອ່ານອອກຂຽນໄດ້ ແລະ ການຄິດໄລ່ເລກພື້ນຖານ ຂອງນັກຮຽນຊັ້ນປະຖົມສຶກສາ; ການສອບເສັງນັກຮຽນເກັ່ງໃນທົ່ວປະເທດ ໃຫ້ຕົວເລກ ຈາກໂຮງຮຽນສາທິດເພີ່ມຂຶ້ນໃນຊຸມປີຕໍ່ໜ້າ.

ກອງປະຊຸມໃນຄັ້ງນີ້, ແມ່ນເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານການສຶກສາຄູ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈຳປີ 2025; ເພື່ອສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການຍ່ອຍການສຶກສາຄູ 5 ປີ ຄັ້ງທີ IX (2021-2025), ແລະ ນໍາສະເໜີ (ຮ່າງ) ແຜນພັດທະນາຂະແໜງການຍ່ອຍການສຶກສາຄູ 5 ປີ ຄັ້ງທີ X (2026-2030); ເພື່ອນໍາສະເໜີການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຊັ້ນປະຖົມ ແລະ ມັດທະຍົມສຶກສາ;ເພື່ອນໍາສະເໜີແຜນຄາດຄະເນຈັດຕັ້ງປະຕິບັດກິດຈະກຳນໍາໃຊ້ງົບປະມານ ປະຈໍາປີ 2025 (ພາກ 63); ເພື່ອນໍາສະເໜີກົນໄກໃນການກໍ່ສ້າງຄູ ໃຫ້ສອດຄ່ອງກັບແຜນຄວາມຕ້ອງການຄູໃນທ້ອງຖິ່ນ; ນໍາສະເໜີມາດຕະການຊຸກຍູ້ສົ່ງເສີມໃຫ້ນັກຮຽນເຂົ້າມາຮຽນຄູ; ແລະ ວິທີການທີ່ຈະພັດທະນາໂຮງຮຽນສາທິດ ແລະ ໂຮງຮຽນເຄື່ອຂ່າຍ ຂອງວິທະຍາໄລຄູ ທົ່ວປະເທດ ໃຫ້ກາຍເປັນໂຮງຮຽນຕົວແບບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານການລົງຝຶກຫັດວິຊາຊີບຄູ; ແລະ ການຈັດຕັ້ງປະຕິບັດວຽກງານນິເທດ ພາຍໃນ (IPS).