ໃນວັນທີ 28-30 ກັນຍາ 2023 ທີ່ຜ່ານມາ ກົມສ້າງຄູ ໄດ້ຈັດກອງປະຊຸມພັດທະນາເນື້ອໃນມາດຕະຖານການສອນ ຂອງຄູໃນສະຖານການສ້າງຄູ ທີ່ຫ້ອງປະຊຸມສະໂມສອນໄຟຟ້າ, ເມືອງແກ້ວອຸດົມ ແຂວງ ວຽງຈັນ. ໃຫ້ກຽດເປັນປະທານຂອງ ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະກິລາ. ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 7 ທ່ານ ທີ່ມາຈາກກົມສ້າງຄູ, ກົມຈັດຕັ້ງ ແລະ ພະນັກງານ, ກົມການສຶກສາຊັ້ນສູງ, ກົມປະກັນຄຸນນະພາບ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ຄະນະສຶກສາສາດ ມຊ ແລະ ວິທະຍາໄລຄູ 8 ແຫ່ງເຊິ່ງປະກອບມີ ວຄ ຫຼວງນ້ຳທາ, ວຄ ຫຼວງພະບາງ, ວຄ ຄັງໄຂ, ວຄ ບ້ານເກິນ, ວຄ ດົງຄຳຊ້າງ, ວຄ ສະຫວັນນະເຂດ, ວຄ ສາລະວັນ ແລະ ວຄ ປາກເຊ.
ຈຸດປະສົງ ປະກອບມີ:
1). ເພື່ອທົບທວນຄືນບັນດາຫົວຂໍ້ທີ່ໄດ້ກໍານົດໄວ້ໃນຮ່າງມາດຕະຖານການສອນ ສໍາລັບຄູໃນສະຖານການສ້າງຄູ;
2). ເພື່ອພັດທະນາເນື້ອໃນ ມາດຕະຖານການສອນ ສໍາລັບຄູໃນສະຖານການສ້າງຄູ;
3). ເພື່ອກໍານົດຈຸດປະສົງ ແລະ ຄາດໝາຍຂອງກິດຈະກໍາໃນບາດກ້າວຕໍ່ໄປ.
ໄລຍະການດຳເນີນນກອງປະຊຸມໃນຄັ້ງນີ້ ໄດ້ມີການ ນໍາສະເໜີຮ່າງມາດຕະຖານການສອນ ສໍາລັບຄູໃນສະຖານການສ້າງຄູ; ຄົ້ນຄວ້າເປັນກຸ່ມ ໂດຍກໍານົດລະດັບ ແລະ ຄໍາອະທິບາຍຫົວຂໍ້; ເພື່ອພັດທະນາເນື້ອໃນມາດຕະຖານການສອນທີ່ຕອບສະໜອງກັບຄວາມຕ້ອງການໃນບໍລິບົດຂອງສະຖານການສ້າງຄູ ໃນ ສປປ ລາວ; ຮັບຟັງຜົນການຄົ້ນຄວ້າ ຂອງແຕ່ລະກຸ່ມ ໃນການພັດທະນາມາດຕະຖານການສອນ ສໍາລັບຄູໃນສະຖານການສ້າງຄູ ແລະ ສະ ເໜີແຜນວຽກໃນຕໍ່ໜ້າ.
