ກົມສ້າງຄູ

ກົມສ້າງຄູ ສສກ ຫາລືກະກຽມການປະຕິຮູບລະບົບການສ້າງຄູ ແລະ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຜ່ານການສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ

ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ກະກຽມການປະຕິຮູບລະບົບການສ້າງຄູ ແລະ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຜ່ານການສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ ໃນວັນທີ 24 ທັນວາ 2025 ທີ່ຫ້ອງປະຊຸມ 425 ກະຊວງສຶກສາທິການ ແລະ ກິລາ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າ-ຮອງຫົວໜ້າກົມສ້າງຄູ, ຜູ້ຕາງໜ້າຈາກກົມອ້ອມຂ້າງກະຊວງ, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ, ຫ້ອງການຄະນະກຳມາທິການສຶກສາສົງສູນກາງ, ວິທະຍາໄລຄູດົງຄຳຊ້າງ ແລະ ວິທະຍາໄລຄູສົງອົງຕື້ ຕະຫຼອດຮອດພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ໄດ້ຜ່ານ (ຮ່າງ) ຂອບແນວຄວາມຄິດການກະກຽມການປະຕິຮູບລະບົບການສ້າງຄູ ແລະ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຜ່ານການສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ, ການປັບປຸງ ສະຖານການສ້າງຄູ ໃຫ້ມີຄວາມກະທັດຮັດ ແລະ ແທດເໝາະກັບການກໍ່ສ້າງຄູ ຕາມແຜນຄວາມຕ້ອງການຄູໃນອະນາຄົດ […]

ກົມສ້າງຄູ ສສກ ຫາລືກະກຽມການປະຕິຮູບລະບົບການສ້າງຄູ ແລະ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຜ່ານການສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ Read More »

ເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາ ໃຫ້ນາຍທະຫານເພື່ອໄປສອນຢູ່ເຂດຫາງໄກສອກຫຼີກ ຊຸດທີ IV

ວັນທີ 16 ທັນວາ 2025 ນີ້, ກະຊວງປ້ອງກັນປະເທດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ພະນັກງານ-ນັກຮົບ ເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ IV ຢ່າງເປັນທາງການ ຢູ່ວິທະຍາໄລຄູປາກເຊ ແຂວງຈຳປາສັກ, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ສະຫາຍ ຮສ ນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ມີຄະນະນຳ ແຂວງຈຳປາສັກ, ມີຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະອຳນວຍການວິທະຍາໄລຄູ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຈຳປາສັກ, ອັດຕະປື, ເຊກອງ, ສາລະວັນ, ສະຫວັນນະເຂດ ແລະ ແຂວງຄຳມ່ວນ ຕະຫຼອດຮອດພະນັກງານວິຊາການ ຈາກກະຊວງປ້ອງກັນປະເທດ, ກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນ

ເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາ ໃຫ້ນາຍທະຫານເພື່ອໄປສອນຢູ່ເຂດຫາງໄກສອກຫຼີກ ຊຸດທີ IV Read More »

ແລກປ່ຽນບົດຮຽນວຽກງານການກໍ່ສ້າງຄູຕິດພັນການປັບປຸງຫຼັກສູດການສຶກສາຄູໃຫ້ສອດຄ່ອງກັບສະພາບປ່ຽນແປງໃໝ່

ໃນລະຫວ່າງວັນທີ 24-30 ພະຈິກ 2025 ທີມງານ ກົມສ້າງຄູ ສົມທົບກັບກົມທີ່ກ່ຽວຂ້ອງຈາກກະຊວງສຶກສາທິການ ແລະ ກິລາ ລວມມີ: 17 ທ່ານ ຍິງ 10 ທ່ານ, ເຊິ່ງລວມມີ: ກົມຈັດຕັ້ງ ແລະ ພະນັກງານ, ກົມສາມັນສຶກສາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກົມການເງິນ, ກົມແຜນການ ແລະ ຕ່າງໜ້າວິທະຍາໄລຄູ; ໄດ້ເຂົ້າຮ່ວມໂຄງ ການຖອດຖອນບົດຮຽນ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານພັດທະນາວິຊາຊີບຄູແບບຕໍ່ເນື່ອງ ທີ່ມະຫາວິທະຍາໄລ ຂ່ອນແກ່ນ ປະເທດໄທ, ພາຍໃຕ້ການສະໜັບສະໜູນຂອງໂຄງການ GPE3 ປະຈຳປີ 2025; ໂດຍໃຫ້ກຽດນໍາພາຂອງທ່ານ ຮສ ນ. ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ເປັນຫົວໜ້າຄະນະໃນການໄປຖອດຖອນບົດຮຽນໃນຄັ້ງນີ້. ສຳລັບການໄປຖອດຖອນບົດຮຽນໃນຄັ້ງນີ້ແມ່ນເພື່ອແລກປ່ຽນບົດຮຽນວຽກງານການກໍ່ສ້າງຄູຕິດພັນການປັບປຸງຫຼັກສູດການສຶກສາຄູໃຫ້ສອດຄ່ອງກັບສະພາບປ່ຽນແປງໃໝ່, ການສ້າງຄວາມເຂັ້ມແຂງໜ້າທາງດ້ານວິຊາຊີບໃຫ້ຜູ້ເຮັດວຽກສຶກສານິເທດ, ການຈັດຕັ້ງປະຕິບັດການພັດ ທະນາວິຊາຊີບຄູ, ລະບົບໃຫ້ການຊຸກຍູ້ສົ່ງເສີມ, ການສະໜັບສະໜູນ ແລະ ຊ່ວຍເຫຼືອຄູ; ລວມທັງກົນໄກການຕິດຕາມ ແລະ ປະກັນຄຸນນະພາບໃນລະດັບຂັນໂຮງຮຽນ.     

ແລກປ່ຽນບົດຮຽນວຽກງານການກໍ່ສ້າງຄູຕິດພັນການປັບປຸງຫຼັກສູດການສຶກສາຄູໃຫ້ສອດຄ່ອງກັບສະພາບປ່ຽນແປງໃໝ່ Read More »

ຄວາມກ້າວໜ້າກ່ຽວກັບການຮຽນການສອນແບບຮຽນຮ່ວມ ໃນ ສປປ ລາວໄດ້ຖືກນຳໄປສະເໜີໃນເວທີພາກພື້ນ ອາຊີ-ປາຊີຟິກ.

ຜູ້ຕາງໜ້າກົມສ້າງຄູ ຈາກກະຊວງສຶກສາທິການ ແລະ ກິລາ (ສສກ), ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ແລະ ແຜນງານບີຄວາ, ໄດ້ເຂົ້າຮ່ວມນຳສະເໜີການຄົ້ນຄວ້າທີ່ມີຄວາມກ້າວໜ້າກ່ຽວກັບການຮຽນການສອນແບບຮຽນຮ່ວມ ໃນ ສປປ ລາວ ຢູ່ກອງປະຊຸມພັດທະນາການສຶກສາ ປີ 2025 ຄັ້ງທຳອິດທີ່ເມືອງເມວເບີນ ປະເທດອົດສະຕຣາລີ ໃນລະຫວ່າງວັນທີ 11-13 ພະຈິກ 2025. ກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນນີ້ໄດ້ ໄດ້ເຊຶື້ອເຊີນຜູ້ຕາງໜ້າຈາກ, ນັກວິຊາການ ແລະ ວິຊາການສະຖານທູດຈາກປະເທດໃນເຂດອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກ ເພື່ອເຂົ້າຮ່ວມ. ຈຸຸດປະສົງ ເພື່ອສ້າງຈິນຕະນາການຄືນ ໃໝ່ ກ່ຽວກັບການສຶກສາເພື່ອຄວາມສະເໝີພາບ ແລະ ການຮຽນຮ່ວມໃນພາກການສຶກສາການຮຽນການສອນແບບຮຽນຮ່ວມ ໄດ້ເລີ່ມຕົ້ນໃນປີ 2024 ເຊິ່ງນຳພາໂດຍກົມສ້າງຄູ, ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕາລີ ຜ່ານແຜນງານບີຄວາ. ຄະນະຜູ້ແທນໄດ້ນຳສະເໜີຂໍ້ມູນດ້ານປະລິມານ ແລະ ຄຸນນະພາບ ລວມທັງຜົນໄດ້ຮັບທີ່ສຳຄັນຈາກການສຶກສາຮຽນຮ່ວມ ໃນພາກນຳສະເໜີດ້ານວິຊາການ. ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ນຳພາວາລະກອງປະຊຸມແບບສ້າງສັນ ທີ່ມີຫົວຂໍ້ວ່າ: “ການຖັກແສ່ວວັດທະນະທຳລາວ ແລະ ມຸມມອງຄວາມສຳພັນຂອງຊົນເຜົ່າພື້ນເມືອງອົດສະຕຣາລີ ເພື່ອເຂົ້າໃຈຄວາມຮູ້ສຶກຜູກພັນ

ຄວາມກ້າວໜ້າກ່ຽວກັບການຮຽນການສອນແບບຮຽນຮ່ວມ ໃນ ສປປ ລາວໄດ້ຖືກນຳໄປສະເໜີໃນເວທີພາກພື້ນ ອາຊີ-ປາຊີຟິກ. Read More »

ປຶກສາຫາລືການແກ້ໄຂບັນຫາຂາດແຄນຄູສອນ​ ແລະ​ ການປະລະການຮຽນ ຢູ່ແຂວງຄໍາມ່ວນ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ເພີ່ມທະວີຄວາມອາດສາມາດໃຫ້ແກ່ຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງສຳລັບຄູ. ໃນເດືອນ ຕຸລາ 2025, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ), ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານການປັນປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ), ໄດ້ຈັດກອງປະຊຸມສຳມະນາຫົວຂໍ້ “ການຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD)” ໃຫ້ແກ່ພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ). ທ່ານ ນາງ ຄຳພັດ ໄຊຍະລິນຄຳ, ຮອງຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: “ກອງປະຊຸມຄັ້ງນີ້ເປັນສ່ວນໜຶ່ງຂອງການສ້າງຂີດຄວາມສາມາດທີ່ອອກແບບມາເພື່ອສະໜອງທັກສະ ແລະ ຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານ ສກມ ເພື່ອວາງແຜນ ແລະ ຄຸ້ມຄອງການ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູຢູ່ໃນຂັ້ນໂຮງຮຽນຂອງເຂົາເຈົ້າ ຢ່າງມີປະສິດທິຜົນ. ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ໄດ້​ຮວບ​ຮວມບົດຮຽນ​ ແລະ​ ຜັນຂະຫຍາຍ​ການ​ຮຽນ​ຮູ້​ຈາກ​ບັນດາ​ຂໍ້​ມູນ​ດ້ານ​ວິຊາ​ການ​ທີ່​ໄດ້ຮັບຜ່ານ​ມາ​ຈາກກິດຈະກຳທີ່​ສະໜັບສະໜູນໂດຍ​ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ.”         ຜູ້ເຂົ້າຮ່ວມແມ່ນມີ

ປຶກສາຫາລືການແກ້ໄຂບັນຫາຂາດແຄນຄູສອນ​ ແລະ​ ການປະລະການຮຽນ ຢູ່ແຂວງຄໍາມ່ວນ Read More »

ການຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD)” ໃຫ້ແກ່ພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ)

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ເພີ່ມທະວີຄວາມອາດສາມາດໃຫ້ແກ່ຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງສຳລັບຄູ. ໃນເດືອນ ຕຸລາ 2025, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ), ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານການປັນປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ), ໄດ້ຈັດກອງປະຊຸມສຳມະນາຫົວຂໍ້ “ການຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD)” ໃຫ້ແກ່ພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ). ທ່ານ ນາງ ຄຳພັດ ໄຊຍະລິນຄຳ, ຮອງຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: “ກອງປະຊຸມຄັ້ງນີ້ເປັນສ່ວນໜຶ່ງຂອງການສ້າງຂີດຄວາມສາມາດທີ່ອອກແບບມາເພື່ອສະໜອງທັກສະ ແລະ ຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານ ສກມ ເພື່ອວາງແຜນ ແລະ ຄຸ້ມຄອງການ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູຢູ່ໃນຂັ້ນໂຮງຮຽນຂອງເຂົາເຈົ້າ ຢ່າງມີປະສິດທິຜົນ. ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ໄດ້​ຮວບ​ຮວມບົດຮຽນ​ ແລະ​ ຜັນຂະຫຍາຍ​ການ​ຮຽນ​ຮູ້​ຈາກ​ບັນດາ​ຂໍ້​ມູນ​ດ້ານ​ວິຊາ​ການ​ທີ່​ໄດ້ຮັບຜ່ານ​ມາ​ຈາກກິດຈະກຳທີ່​ສະໜັບສະໜູນໂດຍ​ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ.”         ຜູ້ເຂົ້າຮ່ວມແມ່ນມີ

ການຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD)” ໃຫ້ແກ່ພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) Read More »

ຂະແໜງການຍ່ອຍສ້າງຄູ ສະເໜີຄູອາສາທີ່ສອນຢູ່ເຂດທຸລະກັນດານ ຄວນຖືບັນຈຸເຂົ້າເປັນລັດຖະກອນ ເປັນກໍລະນີສະເພາະ ພ້ອມຮັບປະກັນການດຳລົງຊີວິດ ໄລຍະປະຕິບັດໜ້າທີ່

ສະຫາຍ ຮສ ນາງ ວົງເດືອນ ໂອໃສ ເລຂາໜ່ວຍພັກຮາກຖານ ກົມສ້າງຄູ ຂຶ້ນປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ເມື່ອວັນທີ 25 ກັນຍາ 2025 ທີ່ຫ້ອງປະຊຸມໃຫຍ່ ຫ້ອງການວ່າການສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສຈ.ປອ ກິແກ້ວ ໄຂຄຳພິທູນ ກໍໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ປອ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ. ຊຶ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຕາງໜ້າຂະແໜງການຍ່ອຍການສຶກສາຄູ ຂຶ້ນມາປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ກ່ຽວກັບການພັດທະນາຄູ ໃຫ້ສອດຄ່ອງກັບສະພາບການໃໝ່ ຊຶ່ງມີຄວາມສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ຂະແໜງການຍ່ອຍສ້າງຄູ ສະເໜີຄູອາສາທີ່ສອນຢູ່ເຂດທຸລະກັນດານ ຄວນຖືບັນຈຸເຂົ້າເປັນລັດຖະກອນ ເປັນກໍລະນີສະເພາະ ພ້ອມຮັບປະກັນການດຳລົງຊີວິດ ໄລຍະປະຕິບັດໜ້າທີ່ Read More »

ເຄື່ອນໄຫວເກັບກຳ, ກວດກາ, ຄັດເລືອກ ແລະ ບັນຈຸລາຍຊື່ຄູອາສະໝັກ ເພື່ອເຂົ້າເປັນລັດຖະກອນປ້ອງກັນຊາດ ແລະ ເປັນຄູສອນຢູ່ເຂດຫ່າງໄກສອກຫຼີກ

ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ, ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍທີມງານ ຈາກກະຊວງປ້ອງກັນປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວເກັບກຳ, ກວດກາ, ຄັດເລືອກ ແລະ ບັນຈຸລາຍຊື່ຄູອາສະໝັກ ເພື່ອເຂົ້າເປັນລັດຖະກອນປ້ອງກັນຊາດ ແລະ ເປັນຄູສອນຢູ່ເຂດຫ່າງໄກສອກຫຼີກ, ຢູ່ທີ່ແຂວງຈຳປາສັກ ແລະ ແຂວງອັດຕະປື. ສໍາລັບ 6 ເມືອງເປົ້າໝາຍ ໃນແຂວງຈໍາປາສັກ ໄດ້ຮັບແຜນແບ່ງປັນຕົວເລກໃຫ້ຄູອາສາສະໝັກ ຈາກກະຊວງສຶກສາທິການ ແລະ ກິລາ ຈໍານວນ 151 ຄົນ, ມາສະໝັກຕົວຈິງ 128 ຄົນ, ຍິງ 77 ຄົນ. ສ່ວນແຂວງອັດຕະປື ໄດ້ຮັບຕົວເລກແບ່ງປັນ 7 ຄົນ, ໃນ 3 ເມືອງເປົ້າໝາຍແຕ່ມາສະໝັກຕົວຈິງ 4

ເຄື່ອນໄຫວເກັບກຳ, ກວດກາ, ຄັດເລືອກ ແລະ ບັນຈຸລາຍຊື່ຄູອາສະໝັກ ເພື່ອເຂົ້າເປັນລັດຖະກອນປ້ອງກັນຊາດ ແລະ ເປັນຄູສອນຢູ່ເຂດຫ່າງໄກສອກຫຼີກ Read More »

ຝຶກອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ພະນັກງານ-ນັກຮົບ ຊຸດທີ III

ວັນທີ 18 ສິງຫາ 2025 ນີ້, ກະຊວງປ້ອງກັນປະເທດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີ ເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ພະນັກງານ-ນັກຮົບ ເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ III ຢ່າງເປັນທາງການ ຢູ່ວິທະຍາໄລເຕັກນິກວິຊາຊີບແບບປະສົມແຂວງຊຽງຂວາງ, ໂດຍການເປັນປະທານຮ່ວມຂອງທ່ານ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ທ່ານນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ. ໂອກາດນີ້, ທ່ານ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ໄດ້ກ່າວວ່າ: ສໍາລັບເນື້ອໃນເອກະສານ ແລະ ບົດສອນທີ່ນໍາມາອົບຮົມໃນຄັ້ງນີ້ ປະກອບມີ: ການສອນຊັ້ນປະຖົມສຶກສາ ແລະ ພາບລວມຂອງຫຼັກສູດ, ການສອນພາສາລາວ, ການສອນຄະນິດສາດ, ການສອນວິທະຍາສາດ, ການແຕ່ງບົດສອນ, ສອນທົດລອງ ແລະ ປະເມີນລວມເຖິງການໃຫ້ຄະແນນ. ການເຝິກອົບຮົມໃນຄັ້ງນີ້ ມີສຳມະນາກອນເຂົ້າຮ່ວມ ທັງໝົດ 117

ຝຶກອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ພະນັກງານ-ນັກຮົບ ຊຸດທີ III Read More »

ໜ່ວຍພັກຮາກຖານກົມສ້າງຄູ ນໍາພາ-ຊີ້ນໍາວຽກງານມີຜົນສໍາເລັດຫຼາຍດ້ານ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ X ອົງຄະນະພັກ ສສກ

ເພື່ອເປັນການສ້າງຜົນງານຂ່ຳນັບຮັບຕ້ອນ ໃນການກະກຽມບັ້ນດໍາເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃຫ້ມີເນື້ອໃນເລິກເຊິ່ງ, ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ ໃນທົ່ວຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ, ສະຫາຍ ຮສ ນາງ ວົງເດືອນ ໂອໃສ ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໃຫ້ສໍາພາດຕໍ່ໜ່ວຍງານໂຄສະນາ ແລະ ຂະບວນການ, ອະນຸກໍາມະການ ໂຄສະນາ ແລະ ຂະບວນການ ໃຫ້ຮູ້ວ່າ: ສະພາບຈຸດພິເສດຂອງໜ່ວຍພັກຮາກຖານກົມສ້າງຄູ ແມ່ນໜ່ວຍພັກຮາກຖານໜຶ່ງ ທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະມົນຕີ ແລະ ຄະນະພັກກະຊວງ ໃນການຈັດຕັ້ງປະຕິບັດຂະແໜ່ງການຍ່ອຍການສຶກສາຄູ ກໍຄືວຽກງານການກໍ່ສ້າງ, ບຳລຸງຍົກລະດັບຄູ ແລະ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ ລວມທັງວຽກງານການສຶກສານິເທດ ທຸກຊັ້ນທຸກສາຍ. ປັດຈຸບັນ ມີຄະນະໜ່ວຍພັກ 2 ສະຫາຍ, ຍິງ

ໜ່ວຍພັກຮາກຖານກົມສ້າງຄູ ນໍາພາ-ຊີ້ນໍາວຽກງານມີຜົນສໍາເລັດຫຼາຍດ້ານ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ X ອົງຄະນະພັກ ສສກ Read More »