ວັນທີ 16 ທັນວາ 2025 ນີ້, ກະຊວງປ້ອງກັນປະເທດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ພະນັກງານ-ນັກຮົບ ເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ IV ຢ່າງເປັນທາງການ ຢູ່ວິທະຍາໄລຄູປາກເຊ ແຂວງຈຳປາສັກ, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ສະຫາຍ ຮສ ນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ມີຄະນະນຳ ແຂວງຈຳປາສັກ, ມີຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະອຳນວຍການວິທະຍາໄລຄູ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຈຳປາສັກ, ອັດຕະປື, ເຊກອງ, ສາລະວັນ, ສະຫວັນນະເຂດ ແລະ ແຂວງຄຳມ່ວນ ຕະຫຼອດຮອດພະນັກງານວິຊາການ ຈາກກະຊວງປ້ອງກັນປະເທດ, ກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນ ແລະ ນັກສຳມະນາກອນເຂົ້າຮ່ວມ.
ການເຝິກອົບຮົມໃນຄັ້ງນີ້ ມີສຳມະນາກອນເຂົ້າຮ່ວມ ທັງໝົດ 76 ສະຫາຍ, ຍິງ 1 ສະຫາຍ ໃນນີ້, ມາຈາກກອງບັນຊາການທະຫານແຂວງຈຳປາສັກ 13 ສະຫາຍ, ເຊກອງ 6 ສະຫາຍ, ສາລະວັນ 18 ສະຫາຍ, ອັດຕະປື 16 ສະຫາຍ, ສະຫວັນນະເຂດ 14 ສະຫາຍ ແລະ ແຂວງຄຳມ່ວນ 8 ສະຫາຍ, ແບ່ງອອກເປັນ 3 ຫ້ອງ, ຫ້ອງລະ 20-23 ສະຫາຍ, ໃຊ້ຄູເຝິກຫ້ອງລະ 6 ສະຫາຍ, ເຊິ່ງຈະໃຊ້ເວລາ ທັງໝົດ 84 ຊົ່ວໂມງ ໂດຍເລີ່ມແຕ່ວັນທີ 16-27 ທັນວາ 2025 ຈຶ່ງສໍາເລັດຕາມແຜນການ.
ສໍາລັບເນື້ອໃນເອກະສານ ແລະ ບົດສອນທີ່ນໍາມາອົບຮົມໃນຄັ້ງນີ້ ປະກອບມີ: ການສອນຊັ້ນປະຖົມສຶກສາ ແລະ ພາບລວມຂອງຫຼັກສູດ, ການສອນພາສາລາວ, ການສອນຄະນິດສາດ, ການສອນວິທະຍາສາດ, ການແຕ່ງບົດສອນ, ສອນທົດລອງ ແລະ ປະເມີນລວມເຖິງການໃຫ້ຄະແນນ.
ການຈັດເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາ ເພື່ອແກ້ໄຂການຂາດແຄນຄູສອນ, ການປະລະການຮຽນຂອງນັກຮຽນ ແລະ ແນໃສ່ປັບປຸງຜົນການຮຽນຂອງນັກຮຽນໃຫ້ດີຂຶ້ນໃນເຂດຫ່າງໄກສອກຫຼີກ, ເພື່ອສ້າງຂີດຄວາມສາມາດໃຫ້ແກ່ ບັນດານາຍ ແລະ ພົນທະຫານ ໃຫ້ມີຄວາມພ້ອມໄປປະຕິບັດໜ້າທີ່ສິດສອນຊ່ວຍຢູ່ໂຮງຮຽນເຂດຊາຍແດນ ໄດ້ມີຄວາມຮັບຮູ້, ເຂົ້າໃຈໃນວິຊາຊີບຄູ, ຫຼັກສູດຊັ້ນປະຖົມສຶກສາ ໂດຍສະເພາະແມ່ນການນໍາໃຊ້ຄູ່ມືຄູ, ປຶ້ມແບບຮຽນ ແລະ ວິທີການຈັດກິດຈະກໍາການຮຽນການສອນ ຊັ້ນປະຖົມສຶກສາ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອເຮັດໃຫ້ນັກຮຽນໃນເຂດຫ່າງໄກສອກຫຼີກ ໄດ້ຮຽນຮູ້ຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ.
