ເພື່ອເປັນການສ້າງຜົນງານຂ່ຳນັບຮັບຕ້ອນ ໃນການກະກຽມບັ້ນດໍາເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃຫ້ມີເນື້ອໃນເລິກເຊິ່ງ, ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ ໃນທົ່ວຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ, ສະຫາຍ ຮສ ນາງ ວົງເດືອນ ໂອໃສ ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໃຫ້ສໍາພາດຕໍ່ໜ່ວຍງານໂຄສະນາ ແລະ ຂະບວນການ, ອະນຸກໍາມະການ ໂຄສະນາ ແລະ ຂະບວນການ ໃຫ້ຮູ້ວ່າ: ສະພາບຈຸດພິເສດຂອງໜ່ວຍພັກຮາກຖານກົມສ້າງຄູ ແມ່ນໜ່ວຍພັກຮາກຖານໜຶ່ງ ທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະມົນຕີ ແລະ ຄະນະພັກກະຊວງ ໃນການຈັດຕັ້ງປະຕິບັດຂະແໜ່ງການຍ່ອຍການສຶກສາຄູ ກໍຄືວຽກງານການກໍ່ສ້າງ, ບຳລຸງຍົກລະດັບຄູ ແລະ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ ລວມທັງວຽກງານການສຶກສານິເທດ ທຸກຊັ້ນທຸກສາຍ. ປັດຈຸບັນ ມີຄະນະໜ່ວຍພັກ 2 ສະຫາຍ, ຍິງ 2 ສະຫາຍ (ຍ້ອນມີການຍົກຍ້າຍໄປຮັບໜ້າທີ່ໃໝ່ 1 ສະຫາຍ) ມີຜູ້ຮອງຜູ້ກວດກາໜ່ວຍພັກ 1 ສະຫາຍ ແລະ ມີສະມາຊິກພັກ ທັງໝົດ 33 ສະຫາຍ, ຍິງ 17 ສະຫາຍ ໃນນີ້ມີສະມາຊິກພັກບໍານານ 10 ສະຫາຍ, ຍິງ 2 ສະຫາຍ. ການຂະຫຍາຍເຂົ້າພັກ ແລະ ເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບູນ 4 ສະຫາຍ, ຍິງ 3 ສະຫາຍ ແລະ ຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າ 3 ສະຫາຍ; ໄລຍະ 5 ປີຜ່ານມາ ໜ່ວຍພັກຊຸດທີ VIII ໄດ້ຈັດກອງປະຊຸມ ປະເມີນສະມາຊິກພັກ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຊຶ່ງຈາກຜົນການປະເມີນແຕ່ລະຄັ້ງ ໜ່ວຍພັກຖືກຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດຕໍ່ກັນ 2 ປີ. ຄຽງຄູ່ກັນນັ້ນ, ວຽກງານ 3 ອົງການຈັດຕັ້ງມະຫາຊົນ ຍັງໄດ້ຮັບການຍ້ອງຍໍກົມກອງດີເດັ່ນ ທ້າຍສະໄໝ ໄລຍະ 5 ປີ (2019-2023) 1 ຄັ້ງ, ໄດ້ຮັບການຍ້ອງຍໍການເຂົ້າຮ່ວມຂະບວນການແຂ່ງຂັນ 3 ດີ 3 ອົງການຈັດຕັ້ງເຄິ່ງສະໄໝ ແລະ ທ້າຍສະໄໝ 2 ຄັ້ງ ເປັນຈໍານວນ 70 ເທື່ອສະຫາຍ.
ສະຫາຍ ຮສ ນາງ ວົງເດືອນ ໂອໃສ ກ່າວອີກວ່າ: ສຳລັບທິດທາງແຜນການ 5 ປີ ຕໍ່ໜ້າ ວຽກງານກໍ່ສ້າງພັກ ແມ່ນສ້າງໜ່ວຍພັກກົມສ້າງຄູ ໃຫ້ມີຄວາມເຂັ້ມແຂງ, ຮູ້ນຳພາຮອບດ້ານ ແລະ ໄດ້ມາດຖານແຕ່ລະດ້ານຄົບຖ້ວນຕາມຄາດໝາຍທີ່ຂັ້ນເທິງວາງອອກ; ເພີ່ມທະວີການກໍ່ສ້າງພັກໃຫ້ເຂັ້ມແຂງທາງດ້ານການຈັດຕັ້ງ ເພື່ອຮັບປະກັນຄວາມສາມັກຄີ ເປັນເອກະພາບສູງພາຍໃນພັກ ໂດຍສະເພາະແມ່ນການເສີມຂະຫຍາຍປະຊາທິປະໄຕ ພາຍໃນພັກ, ຄວາມເປັນແບບຢ່າງນໍາໜ້າຂອງຄະນະພັກ, ສະມາຊິກພັກ, ນໍາພາສ້າງໃຫ້ໄດ້ໜ່ວຍພັກເຂັ້ມແຂງ ຮູ້ນໍາພາຮອບດ້ານ;ປະຕິບັດລະບອບຕີລາຄາແບ່ງປະເພດສະມາຊິກພັກ ປີລະເທື່ອ, ການຕີລາຄາຈັດປະເພດຕ້ອງບົນພື້ນຖານການປະກອບຄໍາເຫັນຂອງມະຫາຊົນຕໍ່ສະມາຊິກພັກ, ກໍານົດເນື້ອໃນການດໍາເນີນຊີວິດການເມືອງຂອງໜ່ວຍພັກໃຫ້ຈະແຈ້ງ, ປະຕິບັດການຕິຊົມຕົນເອງ-ຕິຊົມກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢູ່ພາຍໃນພັກ.
