ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ກະກຽມການປະຕິຮູບລະບົບການສ້າງຄູ ແລະ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຜ່ານການສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ ໃນວັນທີ 24 ທັນວາ 2025 ທີ່ຫ້ອງປະຊຸມ 425 ກະຊວງສຶກສາທິການ ແລະ ກິລາ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າ-ຮອງຫົວໜ້າກົມສ້າງຄູ, ຜູ້ຕາງໜ້າຈາກກົມອ້ອມຂ້າງກະຊວງ, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ, ຫ້ອງການຄະນະກຳມາທິການສຶກສາສົງສູນກາງ, ວິທະຍາໄລຄູດົງຄຳຊ້າງ ແລະ ວິທະຍາໄລຄູສົງອົງຕື້ ຕະຫຼອດຮອດພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ໄດ້ຜ່ານ (ຮ່າງ) ຂອບແນວຄວາມຄິດການກະກຽມການປະຕິຮູບລະບົບການສ້າງຄູ ແລະ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຜ່ານການສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ, ການປັບປຸງ ສະຖານການສ້າງຄູ ໃຫ້ມີຄວາມກະທັດຮັດ ແລະ ແທດເໝາະກັບການກໍ່ສ້າງຄູ ຕາມແຜນຄວາມຕ້ອງການຄູໃນອະນາຄົດ ເພື່ອຍົກສູງຄຸນນະພາບຂອງຄູ ທຸກຊັ້ນ, ທຸກສາຍ ແລະ ທຸກລະດັບ, ໃຫ້ຄູມີຄວາມຮູ້ຄວາມສາມາດສູງ ທາງດ້ານທິດສະດີການສອນ ແລະ ທັກສະການຈັດການຮຽນການສອນ ທີ່ທັນຍຸກທັນສະໄໝ ໂດຍສະເພາະການນໍາໃຊ້ເຕັກໂນໂລຊີ, ດິຈິຕອນ ແລະ ປັນຍາປະດິດ ໃຫ້ທັນກັບສະພາບແວດລ້ອມສາກົນ ແລະ ພາກພື້ນ. ພ້ອມນີ້, ຍັງໄດ້ທົບທວນຄືນ ກ່ຽວກັບຜົນສໍາເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ແຜນການປັບປຸງການກໍ່ສ້າງຄູ ເພື່ອຕອບສະໜອງຄວາມຕ້ອງການໃນອະນາຄົດ ຕາມແຜນຄວາມຕ້ອງການຄູຕົວຈິງແຕ່ລະຊັ້ນ ແລະ ລາຍວິຊາຂອງແຕ່ລະທ້ອງຖິ່ນ
ໂອກາດດຽວກັນ, ທ່ານ ຮສ ນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານ (ຮ່າງ) ຂອບແນວຄວາມຄິດການສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ ໂດຍມີຈຸດປະສົງຫຼັກເພື່ອເຮັດໃຫ້ການກໍ່ສ້າງຄູ, ການພັດທະນາວິຊາຊີບຄູ ມີຄຸນນະພາບ, ແລະ ມີປະສິດທິພາບ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ; ເພື່ອຫຼຸດຜ່ອນ ຈຳນວນສະຖານການສຶກສາຄູໃຫ້ສອດຄ່ອງກັບສະພາບການສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ ແລະ ວິທະຍາເຂດໃນຕໍ່ໜ້າ ພ້ອມທັງຕອບສະໜອງຕາມແຜນຄວາມຕ້ອງການຄູ; ເພື່ອຍົກຖານະບົດບາດສະຖານການສຶກສາຄູໃຫ້ສູງຂຶ້ນ ສາມາດພົວພັນຮ່ວມມືກັບ ມະຫາວິທະຍາໄລ ພາຍໃນປະເທດ, ພາກພື້ນ ແລະ ສາກົນໄດ້; ສ້າງ ແລະ ພັດທະນາ ມະຫາວິທະຍາໄລສ້າງຄູແຫ່ງຊາດ ແລະ ວິທະຍາເຂດໃຫ້ເປັນເຄື່ອຂ່າຍຮ່ວມ; ຍົກສູງຄຸນນະພາບການກໍ່ສ້າງຄູ ແລະ ພັດທະນາວິຊາຊີບຄູໃນຂອບເຂດທົ່ວປະເທດ ໃຫ້ເທົ່າທຽມມາດຕະຖານພາກພື້ນ ແລະ ສາກົນ ໂດຍຜ່ານການຮ່ວມມືກັບມະຫາວິທະຍາໄລຊັ້ນນຳ ຢູ່ໃນພາກພື້ນ ແລະ ສາກົນ; ພັດທະນາ ແລະ ປັບປຸງຫຼັກສູດການກໍ່ສ້າງຄູ ແລະ ການພັດທະນາວິຊາຄູ ຮູບແບບໃໝ່ທີ່ສອດຄ່ອງ ກັບສະພາບປັດຈຸບັນ ພ້ອມທັງມີຄວາມເປັນເອກະພາບ. ສຳລັບທິດທາງໃນການສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ ແລະ ວິທະຍາເຂດ ແມ່ນມີມະຫາວິທະຍາໄລສ້າງຄູແຫ່ງຊາດ 1 ແຫ່ງ ຊຶ່ງມີທີ່ຕັ້ງຫຼັກຢູ່ ວິທະຍາໄລຄູ ດົງຄໍາຊ້າງ ໂດຍໂຮມເອົາຄະນະສຶກສາສາດ (ມຊ), ວິທະຍາໄລສິລະປະສຶກສາ ແລະ ວິທະຍາໄລ ພະລະສຶກສາ ມາລວມເຂົ້າກັນ. ສ່ວນການສ້າງຕັ້ງ ວິທະຍາເຂດ ແມ່ນມີຢູ່ 4 ແຫ່ງ ຄື: ວິທະຍາເຂດ ຫຼວງພະບາງ (ຕັ້ງຢູ່ ວິທະຍາໄລຄູ ຫຼວງພະບາງ ໂດຍໂຮມເອົາຄະນະສຶກສາສາດມະຫາວິທະຍາໄລສຸພານຸວົງ (ມສ) ມາໂຮມເຂົ້າກັນ); ວິທະຍາເຂດສະຫວັນນະເຂດ (ຕັ້ງຢູ່ວິທະຍາໄລຄູສະຫວັນນະເຂດ ໂດຍໂຮມເອົາຄະນະສຶກສາສາດ ມະຫາວິທະຍາໄລສະຫວັນນະເຂດ (ມຂ) ມາໂຮມເຂົ້າກັນ); ວິທະຍາເຂດຈໍາປາສັກ (ຕັ້ງຢູ່ ວິທະຍາໄລຄູປາກເຊ ໂດຍໂຮມເອົາຄະນະສຶກສາສາດ ມະຫາວິທະຍາໄລຈໍາປາສັກ (ມຈ) ມາໂຮມເຂົ້າກັນ) ແລະ ວິທະຍາເຂດ ຄັງໄຂ (ຕັ້ງຢູ່ ວິທະຍາໄລຄູ ຄັງໄຂ).
