ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 7-9 ກໍລະກົດ 2021 ທີ່ ໂຮງແຮມສຸນັນທາ, ແຂວງບໍລິຄຳໄຊ; ໂດຍການເປັນປະທານຮ່ວມຂອງທ່ານ ເກດ ພັນລັກ, ຫົວໜ້າກົມສ້າງຄູ ແລະ ທ່ານນາງ Auken Thungatarova, ຊ່ຽວຊານຂອງອົງການ UNESCO, Bangkok. ກອງປະຊຸມໃນຄັ້ງນີ້ໄດ້ດຳເນີນໃນ 2 ຮູບແບບ ຄື: ແບບເຊິ່ງໜ້າ ແລະ ອອນລາຍ (Online) ສຳລັບຜູ້ເຂົ້າຮ່ວມຈາກຕ່າງແຂວງ ແລະ ອົງການ UNESCO, Bangkok; ມີຜູ້ເຂົ້າຮ່ວມທັງໝົດ 29 ທ່ານຍິງ 10 ທ່ານເຊິ່ງມາຈາກ ກົມສ້າງຄູ, ກົມແຜນການ, ກົມພົວພັນຕ່າງປະເທດ, ກົມນິຕິກໍາ ແລະ ປະກັນຄຸນນະພາບ, ສວສ, ສູນພັດທະນາຄູ, ສູນໄອຊີທີ, ພະແນກສຶກສາທິການ ແລະ ກິລາ ແຂວງ ອຸດົມໄຊ, ຫົວພັນ, ເຊກອງ, ວິທະຍາໄລຄູ ຫຼວງພະບາງ, ບ້ານເກິນ, ດົງຄໍາຊ້າງ ແລະ ສະຫວັນນະເຂດ ພ້ອມດ້ວຍ ຕາງໜ້າຄູສອນສາມັນສຶກສາ ຈາກ ໂຮງຮຽນ ມັດທະຍົມສຶກສາສົມບູນວຽງຈັນ ແລະ ປະຖົມອາມອນ, ນະຄອນຫຼວງວຽງຈັນ.

ຈຸດປະສົງຂອງກອງປະຊຸມ:
ເພື່ອເຜີຍແຜ່ຜົນໄດ້ຮັບຈາກ ກອງປະຊຸມ ລະດັບຊາດຄັ້ງທີ 1 ໂດຍສະເພາະແມ່ນ ຮູບແບບ, ຂັ້ນຕອນການພັດທະນາ ລະດັບຄວາມສາມາດ, ຂົງເຂດ ແລະ ມາດຖານສະມັດຖະພາບ ດ້ານ ICT ທີ່ໄດ້ກໍານົດ ແລະ ປັບປຸງ ຜ່ານມາ;
ແນະນໍາຂັ້ນຕອນ ແລະ ວິທີການພັດທະນາຕົວຊີ້ບອກຜົນການປະຕິບັດໃນແຕ່ລະຂົງເຂດ ແລະ ມາດຕະຖານ ສະມັດຖະພາບ ເຊິ່ງລວມມີ 6 ຂົງເຂດຄວາມຮູ້, 11 ມາດຖານສະມັດຖະພາບ ດ້ານ ICT.
ເນື້ອໃນກອງປະຊຸມປະກອບມີ:
- ພາກທີ 1: ຄວາມຄືບໜ້າການປະຕິບັດຜ່ານມາເຖິງປັດຈຸບັນ
ພາບລວມກ່ຽວກັບ ຜົນໄດ້ຮັບຈາກກອງປະຊຸມລະດັບຊາດຄັ້ງທີ 1;ທົບທວນຄືນ (ຮ່າງ)ມາດຕະຖານສະມັດຖະພາບ ສະບັບສຸດທ້າຍ ເຊິ່ງລວມມີ: ຮູບແບບ, 3 ລະດັບຄວາມສາມາດ, 6 ຂົງເຂດຄວາມຮູ້ ແລະ 11 ມາດຕະຖານສະມັດຖະພາບ ຄື:ຮູບແບບ: ພັດທະນາມາດຕະຖານສະມັດຖະພາບແບບແຍກດ່ຽວ ແລະ ປັບດັດ.3 ລະດັບຄວາມສາມາດ: 1) ຂັ້ນພື້ນຖານ; 2) ຂັ້ນທີ່ນຳໃຊ້ໄດ້; ແລະ 3) ຂັ້ນທີ່ນຳໃຊ້ໄດ້ດີ.6 ຂົງເຂດຄວາມຮູ້ ແລະ 11 ມາດຕະຖານສະມັດຖະພາບ:
ຂົງເຂດຄວາມຮູ້ທີ 1:ຄວາມເຂົ້າໃຈ ກ່ຽວກັບແນວທາງການນໍາໃຊ້ ICT ເຂົ້າໃນການສຶກສາ;
ມີ 1 ມາດຕະຖານ ຄື: ຮັບຮູ້ ແລະ ເຂົ້າໃຈ ວິໄສທັດ, ພາລະກິດ, ນະໂຍບາຍຕ່າງໆ ທີ່ ກ່ຽວກັນເຖິງການນໍາໃຊ້ ICT ເຂົ້າໃນການວາງແຜນ ແລະ ຈັດຕັ້ງຜັນຂະຫຍາຍ ເຂົ້າໃນຂະບວນການຮຽນ-ການສອນ.
ຂົງເຂດຄວາມຮູ້ທີ 2:ຫຼັກສູດ ແລະ ການປະເມີນຜົນ;
ລວມມີ 2 ມາດຕະຖານ ຄື: ມາດຕະຖານທີ 1. ເລືອກ ແລະ ປະສົມປະສານ ICT ທີ່ເໝາະສົມໃນ ການວາງແຜນ ແລະ ຈັດຕັ້ງຜັນຂະຫຍາຍມາດຕະຖານຫຼັກສູດການຮຽນການສອນ ແລະ ມາດຕະຖານທີ 2. ນຳໃຊ້ ICT ເຂົ້າໃນການອອກແບບວິທີການປະເມີນທີ່ຫຼາກຫຼາຍເພື່ອທີ່ຈະປະເມີນຄວາມຮູ້ ແລະ ທັກສະຂອງນັກຮຽນ
ຂົງເຂດຄວາມຮູ້ທີ 3: ວິທີສິດສອນ;
ລວມມີ 2 ມາດຕະຖານ ຄື: ມາດຕະຖານທີ 1. ພັດທະນາບົດສອນ ແລະ ກິດ ຈະກຳຕ່າງໆ ທີ່ມີການປະສົມປະສານ ICT ເຂົ້າໃນຂະບວນການຮຽນການສອນ ເພື່ອສະໜັບສະໜູນຄວາມຕ້ອງການຂອງວິຊາຮຽນ ແລະວິທີການສິດສອນ ແລະ ມາດຕະຖານທີ 2. ໃຫ້ນັກຮຽນມີສ່ວນຮ່ວມໃນກິດ ຈະກຳທີ່ຫຼາກຫຼາຍ ທີ່ໄດ້ນຳໃຊ້ ICT ເພື່ອສົ່ງເສີມການຮຽນແບບເນັ້ນເອົານັກຮຽນເປັນໃຈກາງທີ່ເນັ້ນໃສ່ການປັບປຸງທັກສະການຄົ້ນຄິດທີ່ມີການວິເຄາະ, ການມີຫົວຄິດປະດິດສ້າງ, ການຮ່ວມມື ແລະ ການສື່ສານ.
ຂົງເຂດຄວາມຮູ້ທີ 4:ການນຳໃຊ້ທັກສະທາງດ້ານດິຈິຕອນ;
ລວມມີ 2 ມາດຕະຖານ ຄື: ມາດຕະຖານທີ 1. ຮູ້ການປະຕິບັດໜ້າທີຂອງອຸປະກອນ ICT, ຊອບແວ ແລະ ເຄື່ອງມື, ອິນເຕີເນັດ ແລະ ຊັບພະຍາກອນອອນລາຍ ຕ່າງໆທີ່ຫຼາກຫຼາຍ ແລະ ສາມາດນຳໃຊ້/ປະສົມປະສານສິ່ງເຫຼົ່ານີ້ເຂົ້າໃນຂະບວນການສຶກສາ ແລະ ມາດຕະຖານທີ 2. ທັກສະການນຳໃຊ້ ICT ຢ່າງມີຈັນຍາບັນ, ມີຄວາມຮັບຜິດຊອບ, ຖືກຕ້ອງ ແລະ ປອດໄພ ຕາມຫຼັກການພົນລະເມືອງ ດີຈິຕອນ.
ຂົງເຂດຄວາມຮູ້ທີ 5:ການຈັດຕັ້ງ ແລະ ການບໍລິຫານຄຸ້ມຄອງ;
ລວມມີ 2 ມາດຕະຖານ ຄື: ມາດຕະຖານທີ 1. ຈັດຕັ້ງສະພາບແວດລ້ອມ ການຮຽນ ແລະ ການຄຸ້ມຄອງຫ້ອງ ຮຽນ ທີ່ຊ່ວຍສະໜັບສະໜູນນັກຮຽນ ແລະ ກຸ່ມນັກຮຽນ ຜູ້ທີ່ມີຄວາມສາ ມາດ ແລະ ຄວາມຕ້ອງການທີ່ແຕກຕ່າງກັນ ໂດຍຄຳນຶງເຖິງບົດບາດຍິງ ຊາຍ ແລະ ການສຶກສາຮຽນຮ່ວມ ເພື່ອຮັບປະກັນປະສິດທິພາບຂອງ ICT ທີ່ນໍາໃຊ້ເຂົ້າໃນການຮຽນ-ການສອນ ແລະ ມາດຕະຖານທີ 2. ນຳໃຊ້ ICT ທີ່ຫຼາກຫຼາຍ ເພື່ອສະໜັບສະໜູນການແບ່ງປັນ ແລະ ແລກປ່ຽນຂໍ້ມູນ ໃນຊຸມຊົນ.
ຂົງເຂດຄວາມຮູ້ທີ 6: ການຮຽນຮູ້ວິຊາຊີບຄູ;
ລວມມີ 2 ມາດຕະຖານ ຄື: ມາດຕະຖານທີ 1. ສຳຫຼວດ ແລະ ນໍາໃຊ້ ICT ເພື່ອການຮຽນຮູ້ດ້ານວິຊາຊີບຄູທີ່ຕໍ່ເນື່ອງ ແລະ ມາດຕະຖານທີ 2. ເຂົ້າຮ່ວມກັບຊຸມຊົນອື່ນໆ, ແບ່ງ ປັນ ແລະ ປຶກສາຫາລື ກ່ຽວກັບ ອຸປະກອນ ແລະການນຳໃຊ້ ວິທີການປະສົມປະສານ ICT ເຂົ້າໃນການຮຽນການສອນ ກັບຄູອາຈານໃນຊຸມຊົນອື່ນໆ ຢ່າງກວ້າງຂວາງ. - ພາກທີ 2-6: ການພັດທະນາຕົວຊີ້ບອກການປະຕິບັດ
– ການນໍາສະເໜີ ວິທີການ ແລະ ເຝິກປະຕິບັດ;
– ທົບທວນຄືນ ກ່ຽວກັບຂອບການປະຕິບັດວຽກງານ
– ການເຮັດວຽກເປັນກຸ່ມ ເພື່ອຂຽນຕົວຊີ້ບອກການປະຕິບັດ 3 ລະດັບຄວາມສາມາດ ຂອງແຕ່ລະຂົງເຂດ ແລະ ມາດຕະຖານສະມັດຖະພາບ. - ພາກທີ 7: ແຜນການ ແລະ ຂັ້ນຕອນຕໍ່ໜ້າ
– ຜັນຂະຫຍາຍການສອດແຊກເຂົ້າໃນຫຼັກສູດສ້າງຄູ, ການເຝິກອົບຮົມຄູ, ການປະເມີນຄູ; ລະບົບກົນໄກການສະໜັບສະໜູນ; ແຜນການສື່ສານ ແລະ ການປຶກສາຫາລືແບບເປີດກວ້າງ; ການຕິດຕາມ ແລະ ປະເມີນຜົນ.
– ຂັ້ນຕອນການປະຕິບັດວຽກ/ແຜນຈັດຕັ້ງປະຕິບັດກິດຈະກໍາທີ່ຮີບດ່ວນໃນຕໍ່ໜ້າ.
ຜົນໄດ້ຮັບຂອງກອງປະຊຸມ:
ສາມາດກໍານົດໄດ້ໃນຂັ້ນພື້ນຖານຂອງຕົວຊີ້ບອກການປະຕິບັດ ລວມມີທັງໝົດ 66 ຕົວຊີ້ບອກ (ສືບຕໍ່ການປັບປຸງ) ໃນທັງ 3 ລະດັບຄວາມສາມາດ (ລະດັບ 1, 2 ແລະ 3) ສຳລັບ 6 ຂົງເຂດ ແລະ 11 ມາດຖານດ້ານສະມັດຖະພາບດ້ານ ICT ສຳລັບຄູສອນໃນ ສ ປ ປ ລາວ;
ກໍານົດໄລຍະເວລາໃນການທົບທວນຄືນ ແລະ ສົ່ງຮ່າງສະບັບສຸດທ້າຍ ໃນການພັດທະນາຕົວຊີ້ບອກການປະຕິບັດ ຂອງແຕ່ລະມາດຕະຖານສະມັດຖະພາບດ້ານ ICTໃຫ້ ອົງການ UNESCO ແລະ ຂັ້ນຕອນການຂໍອະນຸມັດຕ່າງໆ;
ກໍານົດຂັ້ນຕອນ ການຈັດຕັ້ງປະຕິບັດວຽກໃນຕໍ່ໜ້າສໍາລັບບັນດາກິດຈະກໍາທີ່ຢູ່ໃນໄລຍະ 2 ແລະ ໄລຍະ 3 ເພື່ອໃຫ້ສຳເລັດຕາມແຜນທີ່ວາງໄວ້.
Ref: ບົດລາຍງານກອງປະຊຸມ ເລກທີ …….