ກອງປະຊຸມ ພັດທະນາຫຼັກສູດຝຶກອົບຮົມຄູ ສຳລັບຄູທີ່ສອນບໍ່ຖືກຊັ້ນ, ບໍ່ຖືກສາຍ ແລະ ຄູທີ່ບໍ່ຜ່ານສະຖານການສຶກສາຄູ

ໂດຍປະຕິບັດຕາມຂໍ້ຕົກລົງຂອງ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 5195/ສສກ, ລົງວັນທີ 3 ພະຈິກ 2020 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມກອງປະຊຸມພັດທະນາຫຼັກສູດຝຶກອົບຮົມຄູ ສໍາລັບຄູທີ່ສອນບໍ່ຖືກຊັ້ນ, ບໍ່ຖືກສາຍ ແລະ ຄູທີ່ບໍ່ຜ່ານສະຖານການສຶກສາຄູ ໃນວັນທີ 20-26 ກໍລະກົດ 2021 ທີ່ ສະໂມສອນວິທະຍາໄລຄູບ້ານເກິນ ເມືອງທຸລະຄົມ ແຂວງ ວຽງຈັນ.

ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ; ມີຜູ້ເຂົ້າຮ່ວມທັງໝົດ 49 ທ່ານ ຍິງ 23 ທ່ານ ເຊິ່ງມາຈາກ ກົມສ້າງຄູ, ກົມຈັດຕັ້ງ ແລະ ພະນັກງານ, ກົມອາຊີວະສຶກສາ, ສູນພັດທະນາຄູ, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລຄູ 7 ແຫ່ງ.

ຈຸດປະສົງຂອງກອງປະຊຸມ:
– ເພື່ອພັດທະນາໂຄງຮ່າງຫຼັກສູດຝຶກອົບຮົມຄູ;
– ເພື່ອກຳນົດປັດຊະຍາ, ຈຸດປະສົງ, ສະມັດທະພາບ, ຕົວຊີ້ວັດ, ໜ່ວຍກິດ, ຊົ່ວໂມງ, ລາຍວິຊາ ແລະ ຂຽນເນື້ອໃນຫຍໍ້;
– ເພື່ອຜ່ານ ແລະ ຮັບຮອງຫຼັກສູດຝຶກອົບຮົມຄູ ສຳລັບຄູສອນບໍ່ຖືກຊັ້ນ, ບໍ່ຖືກສາຍ ແລະ ຄູທີ່ບໍ່ຜ່ານສະຖານການສຶກສາຄູ;
– ເພື່ອເຜີຍແຜ່ ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍການອອກໃບຢັ້ງຢືນຄູ, ສະບັບເລກທີ 413/ສສກ, ລົງວັນທີ 5 ກຸມພາ 2019

ສຳລັບເນື້ອໃນຂອງກອງປະຊຸມປະກອບມີ ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍການອອກໃບຢັ້ງຢືນຄູ, ສະບັບເລກທີ 413/ສສກ, ລົງວັນທີ 5 ກຸມພາ 2019;
ໂຄງຮ່າງຫຼັກສູດຝຶກອົບຮົມຄູ 4 ຫຼັກສູດ (ສະບັບຮ່າງ) ແລະ ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດ ໃນວັນທີ 26 ກໍລະກົດ 2021


Ref: ບົດລາຍງານກອງປະຊຸມ ເລກທີ …….