ກອງປະຊຸມຜູ້ບໍລິຫານສະຖານການສຶກສາຄູ ແລະ ຂະແໜງການຍ່ອຍການສຶກສາຄູ ປະຈຳປີ 2020 ໄດ້ຈັດຂື້ນຢ່າງເປັນທາງການ ໃນວັນທີ 15-17 ກັນຍາ 2020 ທີ່ວິທະຍາໄລຄູ ຫຼວງພະບາງ ພາຍໃຕ້ການເປັນປະທານຮ່ວມຂອງ ຮສ ປອ ພຸດ ສິມມະລາວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ. ມີຜູ້ເຂົ້າຮ່ວມ ຈາກພາກສ່ວນຕ່າງໆຄື: ຫ້ອງການກະຊວງສຶກສາທິການ ແລະ ກິລາ, ບັນດາກົມທີ່ກ່ຽວຂ້ອງ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ສຳນັກພິມສຶກສາທິການ ແລະ ກິິລາ, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວທະຍາໄລສຸພານຸວົງ, ວິທະຍາໄລຄູ 8 ແຫ່ງ, ວິທະຍາໄລສົງ 2 ແຫ່ງ, ວິທະຍາໄລພະລະສຶກສາ, ວິທະຍາໄລສີລະປະສຶກສາ, ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ຫ້ອງການສຶກສາທິການ ແລະ ກິລາ ນະຄອນຫຼວງພະບາງ ແລະ ເຈົ້າຄອງນະຄອນຫຼວງພະບາງ, ລວມທັງໝົດ 132 ທ່ານ (ຍິງ 35 ທ່ານ)

ຈຸດປະສົງຂອງກອງປະຊຸມ:
1) ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳສົກປີ 2019-2020 ແລະ ກຳນົດແຜນປະຈຳສົກປີ 2020 -2021 ຂອງຂະແໜງການຍ່ອຍການສຶກສາຄູ
2) ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ ຫຼັກສູດ ແລະ ການຮຽນການສອນໃນສາຍສ້າງຄູ ທຸກລະບົບໃຫ້ສອດຄ່ອງກັບຫຼັກສູດສາມັນສະບັບປັບປຸງໃໝ່
3) ສຳລັບ ວິທະຍາໄລຄູ 08 ແຫ່ງ, ເອົາໃຈໃສ່ການປັບປຸງໂຄງຮ່າງການຈັດຕັ້ງ, ວຽກງານວິຊາການໂດຍສະເພາະການຈັດການ-ຮຽນການສອນຕາມທິດຂອງໂຄງການປັບປຸງ ວິທະຍາໄລຄູ 08 ແຫ່ງ ທີ່ສະໜັບສະໜູນໂດຍອົງການ JICA
4) ພັດທະນາໂຮງຮຽນສາທິດ ໃຫ້ກາຍເປັນໂຮງຮຽນຕົວແບບ ແລະ ເປັນສະຖານທີ່ບໍລິການດ້ານການຄົ້ນຄວ້າ ການຮຽນ-ການສອນ ເພື່ອຍົກສູງຄູນນະພາບການຮຽນຮູ້ຂອງນັກຮຽນໃນລະດັບສາມັນສຶກສາໂດຍສະເພາະ ການອ່ານອອກຂຽນໄດ້ ແລະ ການຄິດໄລ່ເລກພື້ນຖານ ຂອງນັກຮຽນຊັ້ນປະຖົມສຶກສາ
5) ສ້າງຄວາມເຂັ້ມແຂງໃຫ້ແກ່ວິທະຍາໄລຄູ ແລະ ສຶກສາຄວາມເປັນໄປໄດ້ໃນການຍົກຖານະຂື້ນເປັນສະຖາບັນການສຶກສາຄູ

ກອງປະຊຸມໄດ້ຮັບຟັງການສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳສົກປີ 2019-2020 ແລະ ແຜນປະຈຳສົກປີ 2020-2021 ຂອງຂະແໜງການຍ່ອຍການສຶກສາຄູ ແລະ ການສະຫຼຸບລາຍງານ ວຽກງານການສຶກສາຄູ ປະຈຳປີ 2019 -2020 ທີ່ປະກອບດ້ວຍຫົວຂໍ້: ການປະຕິບັດແຜນຮັບນັກສຶກສາ ປະຈຳສົກຮຽນ 2020-2021, ວຽກງານບຳລຸງຄູປະຈຳການ, ວຽກງານປະກັນຄຸນພະພາບ. ຈາກນັ້ນກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍຍຸດທະສາດແຜນພັດທະນາ 5 ປີ ()2021-2025) ຂອງຂະແໜງການຍ່ອຍການສຶກສາຄູ

ມະຕິກອງປະຊຸມ:
1) ເຫັນດີ ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳສົກປີ 2019-2020 ແລະ ແຜນປະຈຳສົກປີ 2020-2021 ຂອງຂະແໜງການສຶກສາຄູ
2) ເຫັນດີ ຮັບຮອງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການສຶກສາຄູ ປະຈຳສົກປີ 2019-2020
3) ສຶບຕໍ່ຄົ້ນຄວ້າຮູບແບບວຽກງານສ້າງຄູ ໃຫ້ເປັນລະບົບລວມສູນໃນຮູບແບບການສ້າງຕັ້ງສະຖາບັນການສຶກສາຄູແຫ່ງຊາດ ໂດຍເລີ່ມຈາກການຍົກວິທະຍາໄລຄູແຕ່ແຫ່ງຂື້ນເປັນສະຖາບັນ ທີ່ມີບົດບາດໃນການສ້າງຄູສຳລັບລະດັບສາມັນສຶກສາ (ອານູບານ, ປະຖົມ ແລະ ມັດທະຍົມສຶກາສາ) ພ້ອມທັງກຳນົດພາລະບົດບາດຂອງຄະນະສຶກສາສາດ ໃນການສ້າງຄູສຳລັບພາກການສຶກສາຊັ້ນສູງ
4) ປັບປຸງນິຕິກຳ ແລະ ກົນໄກການປະສານງານຂອງວຽກງານການສຶກສາຄູ ນັບແຕ່ສູນກາງຮອດທ້ອງຖິ່ນ ແລະ ລະຫວ່າງກົມສ້າງຄູ ກັບບັນດາສະຖານການສຶກສາຄູ ໃນການພັດທະນາວິຊາຊີບແບບຕໍ່ເນື່ອງ ເພື່ອໃຫ້ໄດ້ບຸກຄະລາກອນທີ່ມີຄຸນສົມບັດ ແລະ ຄວາມຕ້ອງການພັດທະນາວິຊາສະເພາະ; ສຳລັບວິທະຍາໄລຄູ ຕ້ອງປັບປຸງໂຄງປະກອບບຸກຄະລາກອນໃຫ້ເໝາະສົມ ເພື່ອຮອງຮັບວຽກງານການຄົ້ນຄວ້າ-ວິໄຈ, ການສຶກສານິເທດ ແລະ ການບໍລິການວິຊາການ
5) ໃຫ້ສະຖານການສຶກສາຄູ ພັດທະນາການຮຽນການສອນແບບອອນລາຍ ແລະ ການປັບປຸງລະບົບ TEMIS ແລະ ກຳນົດເຂົ້າແຜນພັດທະນາ 5 ປີ ຂອງຂະແໜງການສຶກສາຄູ ເພື່ອກຽມພ້ອມໃນການປະຕິບັັດ ຫຼັກສູດ-ການຮຽນການສອນ ໃນຮູບແບບປະສົມປະສານລະຫວ່າງການຮຽນແບບເຊິ່ງໜ້າປົກກະຕິ ແລະ ແບບອອນລາຍ ຕະຫຼອດເຖິງການນິເທດ-ຊ່ວຍເຫຼືອຄູ
6) ປັບຕົວເລກແຜນຮັບນັກຮຽນໃນແຕ່ລະສາຍ, ສາຂາວິຊາ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ແລະ ເພື່ອຮັກສາຕົວເລກແຜນຮັບລວມ ເຊັ່ນ: ໂອນໂຕເລກແຜນຮັບຂອງສາຂາທີ່ມີຈຳນວນນັກຮຽນມາສະໜັກ ບໍ່ເຕັມຕາມໂຕເລກຄາດໝາຍ ໄປໃຫ້ສາຂາວິຊາທີ່ມີຈຳນວນນັກຮຽນມາສະໜັກເກິນໂຕເລກຄາດໝາຍ
7) ການຈັດຕັ້ງປະຕິບັດແຜນແບ່ງປັນ-ຊັບຊ້ອນນັກຮຽນ ແລະ ພະນັກງານ ເຂົ້າຮຽນສາຍສ້າງຄູໃນທົ່ວປະເທດ ສຳລັບສົກຮຽນ 2020-2021 ໃຫ້ປະຕິບັດຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 786/ສສກ, ລົງວັນທີ 4/9/2020 ຊຶ່ງກຳນົດໃຫ້ 10% ແມ່ນໄດ້ຮັບເບ້ຍລ້ຽງ (ສຳລັບນັກຮຽນທີ່ມີຜົນການສອບທີ່ດີ), 10% ສຳລັບຄູອາສາທີ່ຢູ່ໃນບັນຊີລະດົມໃຫ້ເຂົ້າຍົກລະດັບ, 10% ສຳລັບຜູ້ທີ່ບໍ່ໄດ້ເສຍຄ່າຮຽນ (ແຕ່ບໍ່ໄດ້ຮັບເບ້ຍລ້ຽງ) ແລະ 70% ສຳລັບຜູ້ທີ່ຈ່າຍຄ່າຮຽນ

8) ສຳລັບຄູອາສາຈຳນວນ 220 ຄົນ (ທີ່ຢູ່ໃນບັນຊີ 2) ໃຫ້ກົມສ້າງຄູ ສົມທົບກັບກົມຈັດຕັ້ງ ແລະ ພະນັກງານ ເຮັດການສຳຫຼວດຄວາມຕ້ອງການຂອງຄູ ແລະ ແບ່ງຕົວເລກແຕ່ລະສາຍ ແລ້ວແຈ້ງໃຫ້ສະຖານການສຶກສາຄູ ຈັດການຮຽນ-ການສອນ
9) ມອບໃຫ້ວິທະຍາໄລຄູ 08 ແຫ່ງ ກະກຽມແຜນງົບປະມານສຳລັບການປະຕິບັດໂຄງການ ປັບປຸງວິທະຍາໄລຄູທົ່ວປະເທດ ໂດຍອີງໃສ່ການຕົກລົງຄວາມຮັບຜິດຊອບໃນແຕ່ລະດ້ານ ລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ JICA; ພ້ອມນີ້ ຕ້ອງມີການແຕ່ງຕັ້ງຄະນະຊີ້ນຳ ໂດຍກະຊວງສຶກສາທິການ ແລະ ກິລາ
10) ຈັດກອງປະຊຸມປຶກສາຫາລືສ້າງແຜນປະຕິບັດງານ 5 ປີ (2021-2025) ຂອງຂະແໜງການສຶກສາຄູ
11) ພິຈາລະນາການປະກັນຄຸນພາບຫຼັກສູດສາຍສ້າງຄູ ເຂົ້າໃນແຜນປະຕິບັດງານ 5 ປີ ຂອງຂະແໜງການສຶກສາຄູ ແລະ ຄົ້ນຄວ້າການເປີດຫຼັກສູດລະບົບຕໍ່ເນື່ອງ 2 ປີ ສຳລັບສາຍຄູພະລະສຶກສາ ແລະ ຄູສິລະປະສຶກສາ
12) ສຶບຕໍ່ປະເມີນ ເພື່ອຮັບຮອງເອົາວິທະຍາໄລຄູພະລະສຶກສາ ແລະ ວິທະຍາໄລສິລະປະສຶກສາ ເປັນສູນແຫ່ງການພັດທະນາໃນສາຂາວິຊາໃດໜຶ່ງ
13) ເຫັນດີມອບໃຫ້ ວິທະຍາໄລຄູ ສະຫວັນນະເຂດ ເປັນເຈົ້າພາບຮ່ວມ ໃນການຈັດກອງປະຊຸມຜູ້ບໍລິຫານສະຖານການສຶກສາ ປະຈຳປີ 2021
Ref: ບົດລາຍງານກອງປະຊຸມ ເລກທີ 743/ສຄ, ລົງວັນທີ 01 ຕຸລາ 2020