ກອງປະຊຸມແມ່ນໄດ້ ເລີ່ມຂຶ້ນແຕ່ວັນທີ 12-16 ກັນຍາ ທີໂຮງແຮມທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ
ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ 42 ທ່ານ, ພຣະ 1 ອົງ ແລະ ຍິງ 11 ທ່ານ, ເຊີ່ງໃນນັ້ນມາຈາກກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ອົງການອຸຍເນດໂກບາງກອກ ແລະ ສະຖານການສ້າງຄູ 8 ແຫ່ງເຊິ່ງປະກອບມີ ວຄ ດົງຄຳຊ້າງ, ວຄ ບ້ານເກິນ, ວຄ ຫຼວງນ້ຳທາ, ວຄ ປາກເຊ, ຄະນະສຶກສາສາດ ມະຫາວິທະຍາໄລ ສະຫວັນນະເຂດ, ຄະນະສຶກສາສາດ ມະຫາວິທະຍາໄລ ຈຳປາສັກ, ສົງອົງຕື້ ແລະ ສົງຈຳປາສັກ.
ໃຫ້ກຽດເປັນປະທານໃນຄັ້ງນີ້ແມ່ນທ່ານ ນາງ ວົງເດືອນ ໂອໄສ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະກິລາ ແລະ ປະທານຮ່ວມ ທ່ານ ນາງ ນັນທະວັນ ຮາຍ ຜູ້ປະສານງານໂຄງການ UNESCO Bangkok .

ຈຸດປະສົງຂອງກອງປະຊຸມ:
ເພື່ອເສີມຂະຫຍາຍຄວາມເຂົ້າໃຈກ່ຽວກັບພັດທະນາການຂອງການຝຶກອົບຮົມຄູ່ທີ່ເນັ້ນສະມັດຖະພາບ ແລະ ຄວາມສຳຄັນຂອງການປະສົມປະສານການສອນທີ່ນຳໃຊ້ ICT ເພື່ອເສີມຂະຫຍາຍຄວາມເຂົ້າໃຈກ່ຽວກັບພັດທະນາການຂອງການຝຶກອົບຮົມຄູ່ທີ່ເນັ້ນສະມັດຖະພາບ ແລະ ຄວາມສຳຄັນຂອງການປະສົມປະສານການສອນທີ່ນຳໃຊ້ ICT ເຂົ້າໃນລະບົບການສຶກສາລາວ
ເພື່ອທຳຄວາມຄຸ້ນເຄີຍກັບມາດຕະຖານສະມັດຕະພາບດ້ານ ICT ຂອງຄູ (ICT-CST) ແລະ ການສອດແຊກເຂົ້າໃນຫຼັກສູດສ້າງຄູ
ເພື່ອສ້າງຄວາມພ້ອມທາງດ້ານຄວາມຮູ້ໃນພາກປະຕິບັດ, ບັນດາເຄື່ອງມື ແລະ ຍຸດທະສາດ ໃນການສອນວິຊາ ICT ພື້ນຖານ ຢ່າງມີປະສິດທິຜົນ ໃຫ້ແກ່ຄູອາຈານໃນສະຖານການສ້າງຄູທົ່ວປະເທດ
ທ່ານສາມາດເຂົ້າເບິ່ງກິດຈະກຳການເຄືອນໄຫວໂດຍກົງຈາກທາງ ພະແນກກໍ່ສ້າງຄູ ໄດ້ທີ່: https://bit.ly/3EAiukv
Ref: ບົດລາຍງານກອງປະຊຸມ ເລກທີ …….

