ກອງປະຊຸມກວດແກ້ ແລະ ຜ່ານຮັບຮອງເນື້ອໃນໂຄງຮ່າງລາຍວິຊາຫຼັກສູດສ້າງຄູມັດທະຍົມສຶກສາ ລະດັບປະລິນຍາຕີ ໃນ 6 ສາຂາ (ສາຂາຄູຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະສາດ, ພາສາລາວ ແລະ ສາຂາຄູພາສາອັງກິດ)By bounpanh / 19/09/2023 ກອງປະຊຸມດັ່ງກ່າວໄດ້ ເລີ່ມຂຶ້ນແຕ່ວັນທີ 19-22 ກັນຍາ 2023 ຢູ່ທີ່ສູນຝຶກອົບຮົມຜູ້ບໍລິຫານການສຶກສາ ເມືອງ ວັງວຽງ ແຂວງ ວຽງຈັນ. ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ 101 ທ່ານ, ຍິງ 23 ທ່ານ ໃນນັ້ນມາຈາກກົມສ້າງຄູ, ກົມການສຶກສາຊັ້ນສູງ, ກົມຈັດຕັ້ງ ແລະ ພະນັກງານ, ກົມປະກັນຄຸນນະພາບ, ກົມສາມັນສຶກສາ, ສວສ, ສູນພັດທະນາຄູ ແລະ ສະຖານການສ້າງຄູ 16 ແຫ່ງ. ປະກອບມີ ວຄ ຫຼວງນ້ຳທາ, ວຄ ຫຼວງພະບາງ, ວຄ ຄັງໄຂ, ວຄ ບ້ານເກິນ, ວຄ ດົງຄຳຊ້າງ, ວຄ ສະຫວັນນະເຂດ, ວຄ ສາລະວັນ, ວຄ ປາກເຊ, ວຄ ສົງອົງຕື້, ວຄ ສົງຈຳປາສັກ, ຄະນະສຶກສາສາດ ມະຫາວິທະຍາໄລ ສຸພານຸວົງ, ຄະນະສຶກສາສາດ ມະຫາວິທະຍາໄລ ແຫ່ງຊາດ, ຄະນະສຶກສາສາດ ມະຫາວິທະຍາໄລ ສະຫວັນນະເຂດ, ຄະນະສຶກສາສາດ ມະຫາວິທະຍາໄລ ຈຳປາສັກ, ວິທະຍາໄລສິລະປະສຶກສາ ແລະ ວິທະຍາໄລພະລະສຶກສາ.ໃຫ້ກຽດເປັນປະທານໃນຄັ້ງນີ້ແມ່ນ ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະກິລາ. ຈຸດປະສົງຂອງກອງປະຊຸມ:1. ເພື່ອລາຍງານຜົນການຄົ້ນຄວ້າ ການປັບປຸງເນື້ອໃນໂຄງຮ່າງລາຍວິຊາ ຫຼັກສູດສ້າງຄູມັດທະຍົມສຶກສາ ລະດັບປະລິນຍາຕີ ໃນ 6 ສາຂາ (ສາຂາຄູຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະວິທະຍາ, ພາສາລາວ ແລະ ສາຂາຄູພາສາອັງກິດ); 2. ເພື່ອຜ່ານ ແລະ ຮັບຮອງເນື້ອໃນໂຄງຮ່າງລາຍວິຊາ ຫຼັກສູດສ້າງຄູມັດທະຍົມສຶກສາ ລະດັບປະລິນຍາຕີ ໃນ 6 ສາຂາ (ສາຂາຄູຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະວິທະຍາ, ພາສາລາວ ແລະ ສາຂາຄູພາສາອັງກິດ) ສະບັບປັບປຸງ. ທ່ານສາມາດເຂົ້າເບິ່ງກິດຈະກຳການເຄືອນໄຫວຕ່າງໆຂອງພະແນກກໍ່ສ້າງຄູ ໄດ້ທີ່: Click here Post Views: 6