ເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາ ໃຫ້ນາຍທະຫານເພື່ອໄປສອນຢູ່ເຂດຫາງໄກສອກຫຼີກ ຊຸດທີ IV

ວັນທີ 16 ທັນວາ 2025 ນີ້, ກະຊວງປ້ອງກັນປະເທດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ພະນັກງານ-ນັກຮົບ ເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ IV ຢ່າງເປັນທາງການ ຢູ່ວິທະຍາໄລຄູປາກເຊ ແຂວງຈຳປາສັກ, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ສະຫາຍ ຮສ ນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ມີຄະນະນຳ ແຂວງຈຳປາສັກ, ມີຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະອຳນວຍການວິທະຍາໄລຄູ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຈຳປາສັກ, ອັດຕະປື, ເຊກອງ, ສາລະວັນ, ສະຫວັນນະເຂດ ແລະ ແຂວງຄຳມ່ວນ ຕະຫຼອດຮອດພະນັກງານວິຊາການ ຈາກກະຊວງປ້ອງກັນປະເທດ, ກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນ […]

ເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາ ໃຫ້ນາຍທະຫານເພື່ອໄປສອນຢູ່ເຂດຫາງໄກສອກຫຼີກ ຊຸດທີ IV Read More »