ຈັດງານບຸນວິທະຍາສາດ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອດ 29 ປີ

ເພື່ອເປັນການສ້າງຂະບວນການຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023). ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ສົມທົບກັບ ວິທະຍາໄລຄູ 10 ແຫ່ງ ແລະ ສຳນັກງານ ຜູ້ຕາງຫນ້າ ສະຫະພາບເອີຣົບ ປະຈຳລາວ ໄດ້ຈັດງານບຸນວິທະຍາສາດ ເພື່ອສ້າງຂະບວນການຮັບຕ້ອນວັນຄູແຫ່ງຊາດ 7 ຕຸລາ ຂື້ນໃນວັນທີ 5 ຕຸລາ 2023 ທີ່ ວິທະຍາໄລຄູ ດົງຄຳຊ້າງ. ໂດຍການເປັນປະທານຂອງ ທ່ານ  ປອ.ນ. ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ເວັງຊອງ ເວຍ Head of Cooperation. ຈຸດປະສົງຂອງານຄັ້ງນີ້ແມ່ນ ເພື່ອສ້າງຂະບວນການສະເຫຼີມສະຫຼອງ ວັນຄູແຫ່ງຊາດ 7 ຕຸລາ ໃຫ້ເປັນຂະບວນການທີ່ຟົດຟື້ນ; ປຸກລະດົມຈິດໃຈໃຫ້ທົ່ວສັງຄົມໄດ້ສະແດງອອກເຖິງການສົ່ງເສີມ, ເຊີດຊູບົດບາດ, ກຽດສັກສີ ຂອງຄູ-ອາຈານໃຫ້ສູງຂື້ນ, ພ້ອມນີ້ ກໍ່ຖືເອົາໂອກາດນີ້ເປັນການ ໂຄສະນາເຜີຍແຜ່ຜົນງານດ້ານວິຊາການ, ຈັດການຮຽນການສອນ, ການຄົ້ນຄວ້າວິໄຈຂອງຄູ-ອາຈານ ໃນແຕ່ລະວິທະຍາໄລຄູ ເຊີ່ງເປັນສະຖານການສ້າງຄູ ເພື່ອສະໜອງໃຫ້ສັງຄົມຕາມຄວາມຮຽກຮ້ອງຕ້ອງການ. 

ກິດຈະກຳໃນງານປະກອບມີ ການແຂ່ງຂັ້ນຈັດວາງສະແດງຜົນງານທາງວິຊາການຂອງແຕ່ລະວິທະຍາໄລຄູ ແລະ ກົມສ້າງຄູ ລວມທັງໝົດ 11 ບູດ; ແຂ່ງຂັ້ນອ່ານກອນອວຍພອນວັນຄູຂອງນັກສຶກສາຄູ 10 ວິທະຍາໄລຄູ; ແຂ່ງຂັ້ນການນຳສະເໜີຜົນງານການວິໄຈທາງວິຊາການ, ຮັບຊົມການສະແດງສິລະປະຂອງຫຼານນ້ອຍອະນຸ ບານສຶກສາ, ປະຖົມສຶກສາ, ມັດທະຍົມສຶກສາ ແລະ ນັກສຶກສາຄູ ແລະ ກິດຈະກໍາປູກຕົ້ນໄມ້.

ໃນງານຄັັ້ງໄດ້ມີຜູ້ເຂົ້າຮ່ວມ ຈາກຄະນະນຳຫ້ອງການ, ກົມ, ສະຖາບັນ, ສູນອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ, ຄູ່ຮ່ວມພັດທະນາ, ຄູອາຈານ ແລະ ນັກຮຽນ\ນັກສຶກສາ ຈາກວິທະຍາໄລຄູ ຫຼວງນຳ້ທາ, ຫຼວງພະບາງ, ຄັງໄຂ, ບ້ານເກິນ, ດົງຄຳຊ້າງ, ສະຫວັນນະເຂດ, ປາກເຊ, ສາລະວັນ ແລະ ວິທະຍາໄລຄູສົງ ອົງຕື້ ແລະ ວິທະຍາໄລຄູສົງ ຈຳປາສັກ ລວມທັງໝົດ 300 ກວ່າຄົນ.