
ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ເພີ່ມທະວີຄວາມອາດສາມາດໃຫ້ແກ່ຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງສຳລັບຄູ.
ໃນເດືອນ ຕຸລາ 2025, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ), ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານການປັນປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ), ໄດ້ຈັດກອງປະຊຸມສຳມະນາຫົວຂໍ້ “ການຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD)” ໃຫ້ແກ່ພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ).
ທ່ານ ນາງ ຄຳພັດ ໄຊຍະລິນຄຳ, ຮອງຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: “ກອງປະຊຸມຄັ້ງນີ້ເປັນສ່ວນໜຶ່ງຂອງການສ້າງຂີດຄວາມສາມາດທີ່ອອກແບບມາເພື່ອສະໜອງທັກສະ ແລະ ຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານ ສກມ ເພື່ອວາງແຜນ ແລະ ຄຸ້ມຄອງການ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູຢູ່ໃນຂັ້ນໂຮງຮຽນຂອງເຂົາເຈົ້າ ຢ່າງມີປະສິດທິຜົນ. ກອງປະຊຸມສຳມະນາຄັ້ງນີ້ໄດ້ຮວບຮວມບົດຮຽນ ແລະ ຜັນຂະຫຍາຍການຮຽນຮູ້ຈາກບັນດາຂໍ້ມູນດ້ານວິຊາການທີ່ໄດ້ຮັບຜ່ານມາຈາກກິດຈະກຳທີ່ສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ.”

ຜູ້ເຂົ້າຮ່ວມແມ່ນມີ 380 ກວ່າຄົນ ຈາກ ສກມ 30 ແຫ່ງໃນເມືອງເປົ້າໝາຍຂອງແຜນງານບີຄວາ 7 ແຂວງ (ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ສະຫວັນນະເຂດ) ຈະເຂົ້າຮ່ວມໜຶ່ງໃນ 13 ກຸ່ມກອງປະຊຸມ. ຜູ້ເຂົ້າຮ່ວມຫຼັກແມ່ນຜູ້ອໍານວຍການໂຮງຮຽນ, ຮອງຜູ້ອໍານວຍການໂຮງຮຽນ, ຜູ້ເຮັດວຽກສຶກສານິເທດ ແລະ ພະນັກງານຕິດຕາມ ແລະ ປະເມີນຜົນຈາກແຕ່ລະ ສກມ.
ກອງປະຊຸມໄດ້ດຳເນີນໄປເປັນເວລາ 5 ວັນ, ມີຫົວຂໍ້ຕ່າງໆ ເພື່ອຊ່ວຍ ສກມ ໃນການເສີມສ້າງບົດບາດ ແລະ ຄວາມຮັບຜິດຊອບຂອງເຂົາເຈົ້າ ໃນການວາງແຜນ ແລະ ຄຸ້ມຄອງກິດຈະກໍາ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນເມືອງຂອງເຂົາເຈົ້າ. ຜູ້ເຂົ້າຮ່ວມຈະໄດ້ກໍານົດວິທີການນໍາໃຊ້ຂໍ້ມູນການຕິດຕາມເພື່ອກໍານົດຄວາມຕ້ອງການໃຫ້ຊ່ວຍເຫຼືອຂອງຄູ ແລະ ແກ້ໄຂສິ່ງເຫຼົ່ານີ້ໂດຍຜ່ານການວາງແຜນ ວຽກການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.
ພາຍຫຼັງກອງປະຊຸມດັ່ງກ່າວ, ພະນັກງານ ສກມ ຈະໄດ້ຮັບການສະໜັບສະໜູນ ແລະ ຊຸກຍູ້ໃຫ້ນຳໃຊ້ສິ່ງທີ່ເຂົາເຈົ້າໄດ້ຮຽນຮູ້ຈາກກອງປະຊຸມດັ່ງກ່າວ ເຂົ້າໃນການຄຸ້ມຄອງຄູຢູ່ໂຮງຮຽນໃນການສືບຕໍ່ປະຕິບັດການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ໂດຍ ແຜນງານບີຄວາ ຈະເຮັດວຽກຮ່ວມກັບພະນັກງານກະຊວງສຶກສາທິການ ແລະ ກີລາ ທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອດຳເນີນການຕິດຕາມ ແລະ ສະໜັບສະໜູນການລົງໄປຕິດຕາມໂຮງຮຽນຂອງ ກສມ ໃນໄລຍະສົກຮຽນ 2025-2026.
Post Views: 1