soukvatthana

ສສກ ປະກາດແຕ່ງຕັ້ງຕໍາແໜ່ງບໍລິຫານ ຂັ້ນຫົວໜ້າກົມ 7 ທ່ານ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜງບໍລິຫານ ຂັ້ນຫົວໜ້າກົມ ເມື່ອວັນທີ 5 ສິງຫາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສຳນັກພິມສຶກສາແລະ ກິລາ, ຜູ້ອຳນວຍການ, ຮອງຜູ້ອຳນວຍການ ສະຖາບັນ, ວິທະຍາໄລ ແລະ ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ສສກ ໄດ້ຂຶ້ນຜ່ານດຳລັດ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ ທັງໝົດ 7 ທ່ານ ໂດຍນາຍົກລັດຖະມົນຕີອອກດຳລັດ ແຕ່ງຕັ້ງ ທ່ານ ສີທອງ ສີຂາວ ເປັນຫົວໜ້າກົມແຜນການ, […]

ສສກ ປະກາດແຕ່ງຕັ້ງຕໍາແໜ່ງບໍລິຫານ ຂັ້ນຫົວໜ້າກົມ 7 ທ່ານ Read More »

ເປີດອົບຮົມວິຊາຄູ ຊັ້ນປະຖົມສຶກສາ ໃຫ້ພະນັກງານ-ນັກຮົບ ໄປຊ່ວຍສິດສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ II

          ວັນທີ 27 ມິຖຸນານີ້, ກະຊວງປ້ອງກັນປະເທດຮ່ວມກັບກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ ພະນັກງານ-ນັກຮົບ ເພື່ອໄປຊ່ວຍສອນຢູ່ເຂດຫາງໄກສອກຫຼີກ ຊຸດທີ II ຢ່າງເປັນທາງການ ຢູ່ວິທະຍາໄລຄູຫຼວງພະບາງ, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີສະຫາຍ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ແຂວງຫຼວງພະບາງ, ມີບັນດາສະຫາຍຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄະນະອຳນວຍການວິທະຍາໄລຄູຫຼວງພະບາງ, ຄະນະພັກ-ຄະນະບັນຊາກອງບັນຊາທະຫານ 6 ແຂວງພາກເໜືອ, ພະນັກງານວິຊາການຈາກກະຊວງປ້ອງກັນປະເທດ, ກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນ ແລະ ນັກສຳມະນາກອນເຂົ້າຮ່ວມ.    

ເປີດອົບຮົມວິຊາຄູ ຊັ້ນປະຖົມສຶກສາ ໃຫ້ພະນັກງານ-ນັກຮົບ ໄປຊ່ວຍສິດສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ II Read More »