ສະຫາຍ ຮສ ນາງ ວົງເດືອນ ໂອໃສ ເລຂາໜ່ວຍພັກຮາກຖານ ກົມສ້າງຄູ ຂຶ້ນປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ເມື່ອວັນທີ 25 ກັນຍາ 2025 ທີ່ຫ້ອງປະຊຸມໃຫຍ່ ຫ້ອງການວ່າການສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສຈ.ປອ ກິແກ້ວ ໄຂຄຳພິທູນ ກໍໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ປອ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ. ຊຶ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຕາງໜ້າຂະແໜງການຍ່ອຍການສຶກສາຄູ ຂຶ້ນມາປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ກ່ຽວກັບການພັດທະນາຄູ ໃຫ້ສອດຄ່ອງກັບສະພາບການໃໝ່ ຊຶ່ງມີຄວາມສຳຄັນໃນການພັດທະນາຊັບພະຍາກອນມະນຸດ ໃຫ້ກາຍເປັນຄົນທີ່ມີຄວາມຮູ້ຄວາມສາມາດ ແລະ ເປັນປັດໄຈພື້ນຖານໜຶ່ງຕໍ່ການພັດທະນາຊັບພະຍາກອນມະນຸດ ກໍຄືການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ບົນຈິດໃຈດັ່ງກ່າວນັ້ນ, ການປັບປຸງຄຸນນະພາບການສຶກສາ ແມ່ນຕິດພັນກັບການປັບຄຸນນະພາບການກໍ່ສ້າງຄູ, ການແກ້ໄຂສະພາບຂາດແຄນຄູ ຖືເປັນປັດໄຈສໍາຄັນຕັດສິນຄຸນນະພາບຂອງຊັບພະຍາກອນມະນຸດ, ຕັດສິນອະນາຄົດ ແລະ ຊາຕາກໍາຂອງປະເທດຊາດ.
ສະຫາຍ ຮສ ນາງ ວົງເດືອນ ໂອໃສ ມີຄຳເຫັນຕື່ມວ່າ: ຜ່ານການຖອດຖອນບົດຮຽນໃນໄລຍະຜ່ານມາ ຄ່ຽງຄູ່ກັບຜົນສໍາເລັດ, ຍັງມີສິ່ງທ້າທາຍບາງດ້ານ ເຊັ່ນ: ບັນຫາການຂາດແຄນຄູ, ຄຸນນະພາບການກໍ່ສ້າງ ແລະ ບໍາລຸງຄູ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ ຕ້ອງສຸມໃສ່ບາງມາດຕະການດັ່ງນີ້: ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຕົກລົງຂອງລັດຖະບານ ວ່າດ້ວຍນະໂຍບາຍ ແລະ ມາດຕະການແກ້ໄຂການຂາດແຄນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ສະບັບເລກທີ 09/ລບ; ຊຸກຍູ້ສົ່ງເສີມການມີສ່ວນຮ່ວມຈາກອໍານາດການປົກຄອງ ນະຄອນຫຼວງ/ແຂວງ ເພື່ອລະດົມເອົານັກຮຽນມາຮຽນຄູ ແລະ ພັດທະນາກົນໄກໃນການກໍ່ສ້າງຄູໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງທ້ອງຖິ່ນ; ຊຸກຍູ້ສົ່ງເສີມການຄົ້ນຄວ້າວິໄຈດ້ານການສອນ ແລະ ທັກສະການນໍາໃຊ້ ICT ເຂົ້າໃນການຈັດຮຽນການສອນ ຂອງຄູ-ອາຈານໃນສະຖານການສ້າງຄູໃຫ້ຫຼາຍຂຶ້ນ; ປັບປຸງຮູບແບບ, ວິທີການ, ຫົວຂໍ້ໃນການຝຶກອົບຮົມໃຫ້ແກ່ຜູ້ອໍານວຍການ, ຄູປະຈໍາການ ແລະ ຜູ້ເຮັດວຽກສຶກສານິເທດ ໃຫ້ແທດເພາະກັບຄວາມຕ້ອງການ ຜ່ານຮູບແບບເຊິ່ງໜ້າ ແລະ ອອນລາຍ ພ້ອມທັງຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ; ມອບຄວາມຮັບຜິດຊອບໃຫ້ວິທະຍາໄລຄູ/ສູນພັດທະນາຄູ ສົມທົບກັບພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ໃນການຈັດຝຶກອົບຮົມ, ສ່ວນພະແນກ ສກຂ ນະຄອນຫຼວງ/ແຂວງ ແລະ ຫ້ອງການ ສກມ ນະຄອນ/ເມືອງ ເປັນເຈົ້າການ ລົງຕິດຕາມ ແລະ ຊຸກຍູ້ການປະຕິບັດໜ້າທີ່ຂອງຄູ; ຄົ້ນຄວ້າວິທີການເພື່ອປັບປຸງສະຖາບັນສ້າງຄູໃຫ້ສອດຄ່ອງກັບທິດທາງການຫັນປ່ຽນໃນປັດຈຸບັນ.