ແລກປ່ຽນບົດຮຽນວຽກງານການກໍ່ສ້າງຄູຕິດພັນການປັບປຸງຫຼັກສູດການສຶກສາຄູໃຫ້ສອດຄ່ອງກັບສະພາບປ່ຽນແປງໃໝ່
ໃນລະຫວ່າງວັນທີ 24-30 ພະຈິກ 2025 ທີມງານ ກົມສ້າງຄູ ສົມທົບກັບກົມທີ່ກ່ຽວຂ້ອງຈາກກະຊວງສຶກສາທິການ ແລະ ກິລາ ລວມມີ: 17 ທ່ານ ຍິງ 10 ທ່ານ, ເຊິ່ງລວມມີ: ກົມຈັດຕັ້ງ ແລະ ພະນັກງານ, ກົມສາມັນສຶກສາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກົມການເງິນ, ກົມແຜນການ ແລະ ຕ່າງໜ້າວິທະຍາໄລຄູ; ໄດ້ເຂົ້າຮ່ວມໂຄງ ການຖອດຖອນບົດຮຽນ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານພັດທະນາວິຊາຊີບຄູແບບຕໍ່ເນື່ອງ ທີ່ມະຫາວິທະຍາໄລ ຂ່ອນແກ່ນ ປະເທດໄທ, ພາຍໃຕ້ການສະໜັບສະໜູນຂອງໂຄງການ GPE3 ປະຈຳປີ 2025; ໂດຍໃຫ້ກຽດນໍາພາຂອງທ່ານ ຮສ ນ. ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ເປັນຫົວໜ້າຄະນະໃນການໄປຖອດຖອນບົດຮຽນໃນຄັ້ງນີ້. ສຳລັບການໄປຖອດຖອນບົດຮຽນໃນຄັ້ງນີ້ແມ່ນເພື່ອແລກປ່ຽນບົດຮຽນວຽກງານການກໍ່ສ້າງຄູຕິດພັນການປັບປຸງຫຼັກສູດການສຶກສາຄູໃຫ້ສອດຄ່ອງກັບສະພາບປ່ຽນແປງໃໝ່, ການສ້າງຄວາມເຂັ້ມແຂງໜ້າທາງດ້ານວິຊາຊີບໃຫ້ຜູ້ເຮັດວຽກສຶກສານິເທດ, ການຈັດຕັ້ງປະຕິບັດການພັດ ທະນາວິຊາຊີບຄູ, ລະບົບໃຫ້ການຊຸກຍູ້ສົ່ງເສີມ, ການສະໜັບສະໜູນ ແລະ ຊ່ວຍເຫຼືອຄູ; ລວມທັງກົນໄກການຕິດຕາມ ແລະ ປະກັນຄຸນນະພາບໃນລະດັບຂັນໂຮງຮຽນ. […]

