ຄວາມກ້າວໜ້າກ່ຽວກັບການຮຽນການສອນແບບຮຽນຮ່ວມ ໃນ ສປປ ລາວໄດ້ຖືກນຳໄປສະເໜີໃນເວທີພາກພື້ນ ອາຊີ-ປາຊີຟິກ.
ຜູ້ຕາງໜ້າກົມສ້າງຄູ ຈາກກະຊວງສຶກສາທິການ ແລະ ກິລາ (ສສກ), ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ແລະ ແຜນງານບີຄວາ, ໄດ້ເຂົ້າຮ່ວມນຳສະເໜີການຄົ້ນຄວ້າທີ່ມີຄວາມກ້າວໜ້າກ່ຽວກັບການຮຽນການສອນແບບຮຽນຮ່ວມ ໃນ ສປປ ລາວ ຢູ່ກອງປະຊຸມພັດທະນາການສຶກສາ ປີ 2025 ຄັ້ງທຳອິດທີ່ເມືອງເມວເບີນ ປະເທດອົດສະຕຣາລີ ໃນລະຫວ່າງວັນທີ 11-13 ພະຈິກ 2025. ກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນນີ້ໄດ້ ໄດ້ເຊຶື້ອເຊີນຜູ້ຕາງໜ້າຈາກ, ນັກວິຊາການ ແລະ ວິຊາການສະຖານທູດຈາກປະເທດໃນເຂດອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກ ເພື່ອເຂົ້າຮ່ວມ. ຈຸຸດປະສົງ ເພື່ອສ້າງຈິນຕະນາການຄືນ ໃໝ່ ກ່ຽວກັບການສຶກສາເພື່ອຄວາມສະເໝີພາບ ແລະ ການຮຽນຮ່ວມໃນພາກການສຶກສາການຮຽນການສອນແບບຮຽນຮ່ວມ ໄດ້ເລີ່ມຕົ້ນໃນປີ 2024 ເຊິ່ງນຳພາໂດຍກົມສ້າງຄູ, ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕາລີ ຜ່ານແຜນງານບີຄວາ. ຄະນະຜູ້ແທນໄດ້ນຳສະເໜີຂໍ້ມູນດ້ານປະລິມານ ແລະ ຄຸນນະພາບ ລວມທັງຜົນໄດ້ຮັບທີ່ສຳຄັນຈາກການສຶກສາຮຽນຮ່ວມ ໃນພາກນຳສະເໜີດ້ານວິຊາການ. ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ນຳພາວາລະກອງປະຊຸມແບບສ້າງສັນ ທີ່ມີຫົວຂໍ້ວ່າ: “ການຖັກແສ່ວວັດທະນະທຳລາວ ແລະ ມຸມມອງຄວາມສຳພັນຂອງຊົນເຜົ່າພື້ນເມືອງອົດສະຕຣາລີ ເພື່ອເຂົ້າໃຈຄວາມຮູ້ສຶກຜູກພັນ […]

