ປຶກສາຫາລືການແກ້ໄຂບັນຫາຂາດແຄນຄູສອນ​ ແລະ​ ການປະລະການຮຽນ ຢູ່ແຂວງຄໍາມ່ວນ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ເພີ່ມທະວີຄວາມອາດສາມາດໃຫ້ແກ່ຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງສຳລັບຄູ. ໃນເດືອນ ຕຸລາ 2025, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ), ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານການປັນປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ), ໄດ້ຈັດກອງປະຊຸມສຳມະນາຫົວຂໍ້ “ການຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD)” ໃຫ້ແກ່ພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ). ທ່ານ ນາງ ຄຳພັດ ໄຊຍະລິນຄຳ, ຮອງຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: “ກອງປະຊຸມຄັ້ງນີ້ເປັນສ່ວນໜຶ່ງຂອງການສ້າງຂີດຄວາມສາມາດທີ່ອອກແບບມາເພື່ອສະໜອງທັກສະ ແລະ ຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານ ສກມ ເພື່ອວາງແຜນ ແລະ ຄຸ້ມຄອງການ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູຢູ່ໃນຂັ້ນໂຮງຮຽນຂອງເຂົາເຈົ້າ ຢ່າງມີປະສິດທິຜົນ. ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ໄດ້​ຮວບ​ຮວມບົດຮຽນ​ ແລະ​ ຜັນຂະຫຍາຍ​ການ​ຮຽນ​ຮູ້​ຈາກ​ບັນດາ​ຂໍ້​ມູນ​ດ້ານ​ວິຊາ​ການ​ທີ່​ໄດ້ຮັບຜ່ານ​ມາ​ຈາກກິດຈະກຳທີ່​ສະໜັບສະໜູນໂດຍ​ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ.”         ຜູ້ເຂົ້າຮ່ວມແມ່ນມີ […]

ປຶກສາຫາລືການແກ້ໄຂບັນຫາຂາດແຄນຄູສອນ​ ແລະ​ ການປະລະການຮຽນ ຢູ່ແຂວງຄໍາມ່ວນ Read More »