ກອງປະຊຸມສະພາທີ່ປຶກສາການສ້າງຄູ ປະຈຳປີ 2019
ກອງປະຊຸມສະພາທີ່ປຶກສາການສ້າງຄູ ປະຈຳປີ 2019 ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 13 ມັງກອນ 2020 ທີ່ ວິທະຍາໄລຄູດົງຄຳຊ້າງ, ພາຍໃຕ້ການເປັນປະ ທານຂອງ ທ່ານ ຮສ ປອ ກອງສີ ແສງມະນີ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ມີຜູ້ເຂົ້າຮ່ວມທັງໝົດ 50 ທ່ານ, ຍິງ 09 ທ່ານ ເຊິ່ງປະກອບມີຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ຫົວໜ້າ/ຮອງ ກົມທີ່ກ່ຽວຂ້ອງ, ຜູ້ອຳນວຍການ ສວສ, ຄະນະບໍດີ ຄະນະສຶກສາສາດ 04 ແຫ່ງ, ຜູ້ອຳນວຍການ ວິທະຍາໄລຄູ 08 ແຫ່ງ, ວິທະຍາໄລສົງ 02 ແຫ່ງ, ວິທະຍາໄລພະລະສຶກສາ ແລະ ວິທະຍາໄລສິລະປະສຶກສາ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອ: 1) ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂະແໜງການຍ່ອຍ ການສຶກສາຄູ ປະຈຳປີ 2019 ແລະ …