ກອງປະຊຸມ ປຶກສາຫາລື ກ່ຽວກັບ ວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ
ໂດຍປະຕິບັດຕາມ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມກອງປະຊຸມປຶຶກສາຫາລືລະດັບຊາດ ກ່ຽວກັບ ວຽກງານພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ສະບັບເລກທີ 642/ສສກ, ລົງວັນທີ 11 ກຸມພາ 2020. ກົມສ້າງຄູ ໄດ້ເປັນເຈົ້າການໂດຍສົມທົບກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງໃນການຈັດຕັ້ງກອງປະຊຸມດັ່ງກ່າວຂື້ນ ເຊິ່ງໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ງົບປະມານຈາກ ອົງການ ອຸຍນິເຊັບ; ການດຳເນີນກອງປະຊຸມທັງ 3 ຄັ້ງໄດ້ຮັບກຽດ ເປັນປະທານ ແລະ ເຂົ້າຮ່ວມໃຫ້ການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ທ່ານ ຮສ. ປອ. ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ. ກອງປະຊຸມປຶຶກສາຫາລືລະດັບຊາດກ່ຽວກັບ ວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໄດ້ຈັດຂື້ນ 3 ຄັ້ງຄື:ຄັ້ງທີ 1: ຈັດຂື້ນໃນວັນທີ 2-3 ມີນາ 2020 ທີ່ວິທະຍາໄລຄູຫຼວງພະບາງຄັ້ງທີ 2: ຈັດຂື້ນໃນວັນທີ 5-6 …
ກອງປະຊຸມ ປຶກສາຫາລື ກ່ຽວກັບ ວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ Read More »