ກອງປະຊຸມເຝິກອົບຮົມຄູຄະນິດສາດ ແລະ ວິທະຍາສາດທຳມະຊາດ ກ່ຽວກັບ ວິທີການປະດິດອຸປະກອນຮັບໃຊ້ ການຈັດການຮຽນການສອນໃຫ້ແກ່ ຄູສອນໃນວິທະຍາໄລຄູ ແລະ ຄູສອນຊັ້ນປະຖົມສຶກສາ
ກອງປະຊຸມໄດ້ຈັດຂື້ນໃນວັນທີ 7-11 ກໍລະກົດ 2020 ທີ່ ວິທະຍາໄລຄູບ້ານເກິນ ໂດຍການເປັນປະທານຮ່ວມຂອງ ທ່ານ ຄະນະກົມສ້າງຄູ ແລະ ຄະນະອຳນວຍການ ວິທະຍາໄລຄູບ້ານ, ມີຜູ້ເຂົ້າຮ່ວມທັງໝົດ 42 ຄົນ; ກອງປະຊຸມດັ່ງກ່າວ ເພື່ອການເພີ່ມທັກສະ ແລະ ວິທີການ ປະດິດອຸປະກອນ ສື່ການຮຽນການສອນ ໂດຍນຳໃຊ້ວັດຖຸທີ່ມີໃນທ້ອງຖິ່ນ ແລະ ຫາໄດ້ງ່າຍ ໃຫ້ຄູສອນຊັ້ນປະຖົມສຶກສາ ແລະ ຄູສອນຄະນິດສາດ ແລະ ວິທະຍາສາດທຳມະຊາດ ສາຍຄູປະຖົມໃນວິທະຍາໄລຄູ; ຄູສາມາດປະດິດອຸປະກອນ ສື່ການຮຽນການສອນໄດ້ຫຼາກຫຼາຍຊະນິດ ແລະ ນຳໄປໃຊ້ເຂົ້າໃນການຈັດການຮຽນການສອນ ທີ່ແທດເໝາະກັບສະພາບຕົວຈິງ; ກອງປະຊຸມໄດ້ດຳເນີນການຄົ້ນຄວ້າ, ສົນທະນາກ່ຽວກັບວຽກງານດັ່ງກ່າວ ແລະ ໄດ້ປິດລົງດ້ວຍຜົນສຳເລັດໃນວັນທີ 11 ກໍລະກົດ 2020 Ref: ບົດລາຍງານ ສະບັບເລກທີ 490/ສຄ; ລົງວັນທີ 24 ກໍລະກົດ 2020