ກອງປະຊຸມຄົ້ນຄວ້າຕຳແໜ່ງວິຊາການຄູ
ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຕັ້ງປະຕິບັດຄໍາສັ່ງແນະນຳຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການຄົ້ນຄວ້າຕຳແໜ່ງວິຊາການຄູ ໃຫ້ແກ່ຄູສອນໃນວິທະຍາໄລຄູ ຜູ້ມີຜົນງານດີເດັ່ນໃນການສິດສອນ ແລະ ການປະກອບສ່ວນວຽກງານດ້ວຍຄວາມຮັບຜິດຊອບສູງ ເພື່ອນຳສະເໜີເຂົ້າດຳລົງຕຳແໜ່ງວິຊາການຄູໃນລະດັບ ຜູ້ຊ່ວຍອາຈານ ແລະ ອາຈານ ໄດ້ຈັດຂື້ນທີ່ ວິທະຍາໄລຄູ 08 ແຫ່ງ ແລະ ວິທະຍາໄລສົງ 02 ແຫ່ງ; ໄດ້ຊຸກຍູ້ຄູສອນຜູ້ທີ່ມີຄວາມຫ້າວຫັນ ແລະ ມີຜົນງານດີເດັ່ນ, ມີເງື່ອນໄຂ ແລະ ໄດ້ມາດຖານຕາມທີ່ກຳນົດໄວ້ໃຫ້ຕື່ນຕົວສະໝັກ ແລະ ປະກອບເອກະສານເພື່ອສະເໜີຂໍດຳລົງຕຳແໜ່ງວິຊາການຄູເຊີ່ງສາມາດສັງລວມໄດ້ຈໍານວນ 84 ຄົນ, ຍິງ 40 ຄົນ, ໃນນັ້ນມີຜູ້ຊ່ວຍອາຈານ ຈຳນວນ 47 ຄົນ ຍິງ 24 ຄົນ ແລະ ອຈານ ຈຳນວນ 37 ຄົນ ຍິງ 16 ຄົນ; ຈຸດປະສົງຂອງກອງປະຊຸມ:…1) ເພື່ອເປັນການເຊີດຊູຖານະບົດບາດ …