ກອງປະຊຸມປຶກສາຫາລື ແລະ ກະກຽມເອກະສານປະມູນ ການກໍ່ສ້າງໂຮງຮຽນສາທິດ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູ ໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 14-15 ກັນຍາ 2021 ທີ່ ຫ້ອງປະຊຸມຕຶກ ICT ໂດຍການເປັນປະທານຂອງ ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ມີທ່ານ ຮອງຫົວໜາກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ຈາກກົມສ້າງຄູ, ຫ້ອງການກະຊວງ, ກົມການເງິນ, ກົມແຜນການເຂົ້າຮ່ວມ ນອກຈາກນີ້ຍັງມີທ່ານ ອາກິຣະ ຊຶກິອຸຣະ ຫົວໜ້າທີມທີ່ປຶກສາໂຄງການ ຂອງອົງການໄຈກາ ແລະ ທິມງານບໍລິສັດໂມລິເຂົ້າຮ່ວມທັງໝົດ 11 ທ່ານ, ຍິງ 06 ທ່ານ.
ຈຸດປະສົງຂອງກອງປະຊຸມນີ້: ເພຶ່ອປຶກສາຫາລືເນື້ອໃນລະອຽດກ່ຽວກັບເອກະສານ ແລະ ຂັ້ນຕອນຂອງການປະມູນກໍ່ສ້າງ ໂຮງຮຽນສາທິດ. ເຊີ່ງໂຄງການດັ່ງກ່າວໄດ້ຮັບການເຊັນສັນຍາລະຫວ່າງລັດຖະບານລາວ ຕ່າງໜ້າໂດຍກະຊວງແຜນການ ແລະ ການລົງທືນ ແລະ ລັດຖະບານຍີ່ປຸ່ນ ມາແຕ່ ປີ 2019, ໃນກຸ່ມທີ່ I ທີ່ໄດ້ຮັບອະນຸມັດ ມີ 4 ວິທະຍາໄລຄູ ຄື: ວິທະຍາໄລຄູ ຫຼວງນໍ້າທາ, ຫຼວງພະບາງ, ຄັງໄຂ ແລະ ວິທະຍາໄລຄູ ດົງຄຳຊ້າງ. ເຊີ່ງຄາດວ່າ ຈະເລີ່ມຕົ້ນປະມູນໃນ ເດືອນ ທັນວາ (12) 2021 ແລະ ລົງມືກໍ່ສ້າງ ໃນເດືອນ ມັງກອນ 2022 ນີ້.

Ref: ບົດລາຍງານກອງປະຊຸມ ເລກທີ …….