ພະແນກບໍລິຫານ

ກອງປະຊຸມປຶກສາຫາລື ແລະ ກະກຽມເອກະສານປະມູນ ການກໍ່ສ້າງໂຮງຮຽນສາທິດ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູ ໃນ ສປປ ລາວ

ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ແລະ ກະ​ກຽມ​ເອ​ກະ​ສານ​​ປະ​ມູນ ການກໍ່​ສ້າງ​ໂຮງ​ຮຽນ​ສາ​ທິດ ພາຍ​ໃຕ້​ໂຄງ​ການ​ປັບ​ປຸງວິ​ທະ​ຍາ​ໄລ​ຄູ ໃນ ສ​ປ​ປ ລາວ ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 14-15 ກັນ​ຍາ 2021 ທີ່ ຫ້ອງ​​ປະ​ຊຸມ​ຕຶກ​ ICT ໂດຍ​ການ​ເປັນ​ປະ​ທານ​ຂອງ ​ທ່ານ ເກດ ພັນ​ລັກ ຫົວ​ໜ້າ​ກົມ​ສ້າງ​ຄູ ມີທ່ານ ​ຮອງ​ຫົວ​ໜ​າ​ກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ຈາກກົມສ້າງຄູ, ຫ້ອງ​ການ​ກະ​ຊວງ, ກົມການເງິນ, ກົມແຜນການເຂົ້າ​ຮ່ວມ ນອກຈາກນີ້ຍັງມີທ່ານ ອາກິຣະ ຊຶກິອຸຣະ ຫົວໜ້າທີມທີ່ປຶກສາໂຄງການ ຂອງອົງການໄຈກາ ແລະ ທິມງານບໍລິສັດໂມລິເຂົ້າຮ່ວມທັງໝົດ 11 ທ່ານ, ຍິງ 06 ທ່ານ. ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມນີ້​: ເພຶ່ອປຶກ​ສາ​ຫາ​ລື​ເນື້ອ​ໃນລະອຽດກ່ຽວກັບເອກະສານ ແລະ ຂັ້ນຕອນຂອງການປະມູນ​ກໍ່​ສ້າງ ໂຮງ​ຮຽນ​ສາ​ທິດ. ​ເຊີ່ງ​ໂຄງ​ການ​ດັ່ງ​ກ່າວໄດ້​ຮັບ​ການ​ເຊັນ​ສັນ​ຍາ​ລະ​ຫວ່າງ​ລັດ​ຖະ​ບານ​ລາວ ຕ່າງ​ໜ້າ​ໂດຍ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທືນ ແລະ ລັດ​ຖະ​ບານ​ຍີ່​ປຸ່ນ ​ມາ​ແຕ່ ປີ …

ກອງປະຊຸມປຶກສາຫາລື ແລະ ກະກຽມເອກະສານປະມູນ ການກໍ່ສ້າງໂຮງຮຽນສາທິດ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູ ໃນ ສປປ ລາວ Read More »

ກອງປະຊຸມຄັ້ງທີ 1 ການຮ່າງນິຕິກຳກ່ຽວກັບນະໂຍບາຍຄູແຫ່ງຊາດ ມິຕິທີ 1-4

ກອງປະຊຸມຮ່າງນິຕິກຳກ່ຽວກັບນະໂຍບາຍຄູແຫ່ງຊາດ ມິຕທີ 1-4 ຄັ້ງທີ 1 ຮ່ວມກັບ ອົງການ ອຸຍແນສໂກ ໄດ້ຈັດຂຶ້ນ ໃນວັນທີ 26-30 ກໍລະກົດ 2021, ທີ ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ເຊິ່ງມີຜູ້ເຂົ້າຮ່ວມຈາກ ກົມສ້າງຄູ, ກົມຈັດຕັ້ງ ແລະ ພະນັກງານ, ຄະນະສຶກສາສາດ ມຊ, ສູນພັດທະນາຄູ, ວິທະຍາໄລຄູດົງຄຳຊ້າງ, ຫ້ອງການຄະນະກຳມະທິການແຫ່ງຊາດລາດເພື່ອອຸຍແນສໂກ, ອົງການອຸຍແນສໂກບາງກອກ, ຊ່ຽວຊານທີ່ປຶກສາພາຍໃນ ແລະ ສາກົນຂອງອົງການອຸຍແນສໂກມີຈຳນວນຜູ້ເຂົ້າຮ່ວມ 21 ທ່ານ, ຍິງ 10 ທ່ານ. ກອງປະຊຸມຄັ້ງນີ້ມີຈຸດປະສົງເພື່ອ:  ສ້າງຄວາມເຂົ້າໃຈຢ່າງເລີກເຊິ່ງຂອງບັນດາມິຕິຕ່າງໆໃນນະໂຍບາຍຄູ ຮ່າງນະໂຍບາຍຄູສະບັບທຳອິດໃນຂອບເຂດການພັດທະນາໄປຕາມ 4 ມິຕິຄື: ການຄັດເລືອກ ແລະ ການຮັກສາຄູ, ການສຶກສາຄູ(ກ່ອນ ແລະ ກຳລັງປະຈໍາການ), ການຊັບຊ້ອນຄູ, ໂຄງສ້າງ/ເສັ້ນທາງອາຊີບຄູ. ເພື່ອສ້າງຄວາມເຂົ້າໃຈກ່ຽວກັບຫຼັກການ …

ກອງປະຊຸມຄັ້ງທີ 1 ການຮ່າງນິຕິກຳກ່ຽວກັບນະໂຍບາຍຄູແຫ່ງຊາດ ມິຕິທີ 1-4 Read More »

ກອງປະຊຸມຄັ້ງປະຖົມມະລຶກ ກ່ຽວກັບ ການພັດທະນານະໂຍບາຍຄູແຫ່ງຊາດ ໃນ ສປປ ລາວ

ກົມສ້າງຄູ ຈັດກອງປະຊຸມຄັ້ງປະຖົມມະລຶກ ກ່ຽວກັບ ການພັດທະນານະໂຍບາຍຄູແຫ່ງຊາດ ໃນ ສປປ ລາວ ຮ່ວມກັບ ອົງ​ການ ​ອົງ​ການ ອຸຍ​ແນ​ສ​ໂກ ໃນ​ວັນທີ 14 ແລະ ວັນ​ທີ 16 ກໍ​ລະ​ກົດ 2021 ທີ່ ຫ້ອງ​ປະ​ຊຸມ 425 ຂອງ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ; ໂດຍການເປັນປະທານຂອງ ທ່ານຮ​ສ. ປອ.ພຸດສິມ​ມະ​ລາ​ວົງ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ. ກອງປະຊຸມໃນຄັ້ງນີ້ໄດ້​​ດຳ​ເນີນໃນ 2 ຮູບແບບ ຄື: ແບບ​ເຊິ່ງ​ໜ້າ ແລະ ອອນລາຍ; ກອງ​ປະ​ຊຸມ​ໄດ້​ມີ​ຜູ້​ເຂົ້າ​ຮ່ວມ​ຈາກ ​ກົມ​ສ້າງ​ຄູ, ກົມ​ພົວ​ພັນ​ຕ່າງ​ປະ​ເທດ, ກົມ​ການ​ສຶກ​ສາ​ຊັ້ນ​ສູງ, ກົມນິຕິກໍາ ແລະ ປະກັນຄຸນນະພາບການ​ສຶກ​ສາ, ກົມ​ຈັດ​ຕັ້ງ ແລະ ພະ​ນັກ​ງານ, ​​ກົມ​ອາ​ຊີ​ວະ​ສຶກ​ສາ, ​ກົມ​ສາ​ມັນ​ສຶກ​ສາ, ​ກົມ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ, ກົມ​ການ​ເງິນ, ຫ້ອງ​ການກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, …

ກອງປະຊຸມຄັ້ງປະຖົມມະລຶກ ກ່ຽວກັບ ການພັດທະນານະໂຍບາຍຄູແຫ່ງຊາດ ໃນ ສປປ ລາວ Read More »

ກອງປະຊຸມຜູ້ບໍລິຫານສະຖານການສຶກສາຄູ ແລະ ຂະແໜງການຍ່ອຍການສຶກສາຄູ ປະຈຳປີ 2020

ກອງປະຊຸມຜູ້ບໍລິຫານສະຖານການສຶກສາຄູ ແລະ ຂະແໜງການຍ່ອຍການສຶກສາຄູ ປະຈຳປີ 2020 ໄດ້ຈັດຂື້ນຢ່າງເປັນທາງການ ໃນວັນທີ 15-17 ກັນຍາ 2020 ທີ່ວິທະຍາໄລຄູ ຫຼວງພະບາງ ພາຍໃຕ້ການເປັນປະທານຮ່ວມຂອງ ຮສ ປອ ພຸດ ສິມມະລາວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ. ມີຜູ້ເຂົ້າຮ່ວມ ຈາກພາກສ່ວນຕ່າງໆຄື: ຫ້ອງການກະຊວງສຶກສາທິການ ແລະ ກິລາ, ບັນດາກົມທີ່ກ່ຽວຂ້ອງ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ສຳນັກພິມສຶກສາທິການ ແລະ ກິິລາ, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວທະຍາໄລສຸພານຸວົງ, ວິທະຍາໄລຄູ 8 ແຫ່ງ, ວິທະຍາໄລສົງ 2 ແຫ່ງ, ວິທະຍາໄລພະລະສຶກສາ, ວິທະຍາໄລສີລະປະສຶກສາ, ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ຫ້ອງການສຶກສາທິການ ແລະ ກິລາ ນະຄອນຫຼວງພະບາງ …

ກອງປະຊຸມຜູ້ບໍລິຫານສະຖານການສຶກສາຄູ ແລະ ຂະແໜງການຍ່ອຍການສຶກສາຄູ ປະຈຳປີ 2020 Read More »

ກອງປະຊຸມສະພາທີ່ປຶກສາການສ້າງຄູ ປະຈຳປີ 2019

ກອງປະຊຸມສະພາທີ່ປຶກສາການສ້າງຄູ ປະຈຳປີ 2019 ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 13 ມັງກອນ 2020  ທີ່ ວິທະຍາໄລຄູດົງຄຳຊ້າງ, ພາຍໃຕ້ການເປັນປະ ທານຂອງ ທ່ານ ຮສ ປອ ກອງສີ ແສງມະນີ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ມີຜູ້ເຂົ້າຮ່ວມທັງໝົດ 50 ທ່ານ, ຍິງ 09 ທ່ານ ເຊິ່ງປະກອບມີຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ຫົວໜ້າ/ຮອງ ກົມທີ່ກ່ຽວຂ້ອງ, ຜູ້ອຳນວຍການ ສວສ, ຄະນະບໍດີ ຄະນະສຶກສາສາດ 04 ແຫ່ງ, ຜູ້ອຳນວຍການ ວິທະຍາໄລຄູ 08 ແຫ່ງ, ວິທະຍາໄລສົງ 02 ແຫ່ງ, ວິທະຍາໄລພະລະສຶກສາ ແລະ ວິທະຍາໄລສິລະປະສຶກສາ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອ: 1)      ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂະແໜງການຍ່ອຍ ການສຶກສາຄູ ປະຈຳປີ 2019 ແລະ …

ກອງປະຊຸມສະພາທີ່ປຶກສາການສ້າງຄູ ປະຈຳປີ 2019 Read More »