ພະແນກບຳລຸງຄູ

ກອງປະຊຸມ ພັດທະນາມາດຕະຖານສະມັດຕະພາບທາງດ້ານ ICT ສຳລັບຄູ ໃນ ສປປ ລາວ

ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 7-9 ກໍລະກົດ 2021 ທີ່ ໂຮງແຮມສຸນັນທາ, ແຂວງບໍລິຄຳໄຊ; ໂດຍການເປັນປະທານຮ່ວມຂອງທ່ານ ເກດ ພັນລັກ, ຫົວໜ້າກົມສ້າງຄູ ແລະ ທ່ານນາງ Auken Thungatarova, ຊ່ຽວຊານຂອງອົງການ UNESCO, Bangkok. ກອງປະຊຸມໃນຄັ້ງນີ້ໄດ້ດຳເນີນໃນ 2 ຮູບແບບ ຄື: ແບບເຊິ່ງໜ້າ ແລະ ອອນລາຍ (Online) ສຳລັບຜູ້ເຂົ້າຮ່ວມຈາກຕ່າງແຂວງ ແລະ ອົງການ UNESCO, Bangkok; ມີຜູ້ເຂົ້າຮ່ວມທັງໝົດ 29 ທ່ານຍິງ 10 ທ່ານເຊິ່ງມາຈາກ ກົມສ້າງຄູ, ກົມແຜນການ, ກົມພົວພັນຕ່າງປະເທດ, ກົມນິຕິກໍາ ແລະ ປະກັນຄຸນນະພາບ, ສວສ, ສູນພັດທະນາຄູ, ສູນໄອຊີທີ, ພະແນກສຶກສາທິການ ແລະ ກິລາ ແຂວງ ອຸດົມໄຊ, ຫົວພັນ, ເຊກອງ, ວິທະຍາໄລຄູ ຫຼວງພະບາງ, ບ້ານເກິນ, …

ກອງປະຊຸມ ພັດທະນາມາດຕະຖານສະມັດຕະພາບທາງດ້ານ ICT ສຳລັບຄູ ໃນ ສປປ ລາວ Read More »

ກອງປະຊຸມເຝິກອົບຮົມຄູຄະນິດສາດ ແລະ ວິທະຍາສາດທຳມະຊາດ ກ່ຽວກັບ ວິທີການປະດິດອຸປະກອນຮັບໃຊ້ ການຈັດການຮຽນການສອນໃຫ້ແກ່ ຄູສອນໃນວິທະຍາໄລຄູ ແລະ ຄູສອນຊັ້ນປະຖົມສຶກສາ

ກອງປະຊຸມໄດ້ຈັດຂື້ນໃນວັນທີ 7-11 ກໍລະກົດ 2020 ທີ່ ວິທະຍາໄລຄູບ້ານເກິນ ໂດຍການເປັນປະທານຮ່ວມຂອງ ທ່ານ ຄະນະກົມສ້າງຄູ ແລະ ຄະນະອຳນວຍການ ວິທະຍາໄລຄູບ້ານ, ມີຜູ້ເຂົ້າຮ່ວມທັງໝົດ 42 ຄົນ; ກອງປະຊຸມດັ່ງກ່າວ ເພື່ອການເພີ່ມທັກສະ ແລະ ວິທີການ ປະດິດອຸປະກອນ ສື່ການຮຽນການສອນ ໂດຍນຳໃຊ້ວັດຖຸທີ່ມີໃນທ້ອງຖິ່ນ ແລະ ຫາໄດ້ງ່າຍ ໃຫ້ຄູສອນຊັ້ນປະຖົມສຶກສາ ແລະ ຄູສອນຄະນິດສາດ ແລະ ວິທະຍາສາດທຳມະຊາດ ສາຍຄູປະຖົມໃນວິທະຍາໄລຄູ; ຄູສາມາດປະດິດອຸປະກອນ ສື່ການຮຽນການສອນໄດ້ຫຼາກຫຼາຍຊະນິດ ແລະ ນຳໄປໃຊ້ເຂົ້າໃນການຈັດການຮຽນການສອນ ທີ່ແທດເໝາະກັບສະພາບຕົວຈິງ; ກອງປະຊຸມໄດ້ດຳເນີນການຄົ້ນຄວ້າ, ສົນທະນາກ່ຽວກັບວຽກງານດັ່ງກ່າວ ແລະ ໄດ້ປິດລົງດ້ວຍຜົນສຳເລັດໃນວັນທີ 11 ກໍລະກົດ 2020 Ref: ບົດລາຍງານ ສະບັບເລກທີ 490/ສຄ; ລົງວັນທີ 24 ກໍລະກົດ 2020

ກອງປະຊຸມ ປຶກສາຫາລື ກ່ຽວກັບ ວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ

ໂດຍປະຕິບັດຕາມ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມກອງປະຊຸມປຶຶກສາຫາລືລະດັບຊາດ ກ່ຽວກັບ ວຽກງານພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ສະບັບເລກທີ 642/ສສກ, ລົງວັນທີ 11 ກຸມພາ 2020. ກົມສ້າງຄູ ໄດ້ເປັນເຈົ້າການໂດຍສົມທົບກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງໃນການຈັດຕັ້ງກອງປະຊຸມດັ່ງກ່າວຂື້ນ ເຊິ່ງໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ງົບປະມານຈາກ ອົງການ ອຸຍນິເຊັບ; ການດຳເນີນກອງປະຊຸມທັງ 3 ຄັ້ງໄດ້ຮັບກຽດ ເປັນປະທານ ແລະ ເຂົ້າຮ່ວມໃຫ້ການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ທ່ານ ຮສ. ປອ. ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ. ກອງປະຊຸມປຶຶກສາຫາລືລະດັບຊາດກ່ຽວກັບ ວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໄດ້ຈັດຂື້ນ 3 ຄັ້ງຄື:ຄັ້ງທີ 1: ຈັດຂື້ນໃນວັນທີ 2-3 ມີນາ 2020 ທີ່ວິທະຍາໄລຄູຫຼວງພະບາງຄັ້ງທີ 2: ຈັດຂື້ນໃນວັນທີ 5-6 …

ກອງປະຊຸມ ປຶກສາຫາລື ກ່ຽວກັບ ວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ Read More »

ກອງປະຊຸມເຝິກອົບຮົມ ຄູສຶກສານິເທດ ຊັ້ນປະຖົມສຶກສາ (ໂມດຸນ 1)

ກອງປະຊຸມເຝິກອົບຮົມ ການສຶກສານິເທດ ຊັ້ນປະຖົມສຶກສາ ໂມດູນ 1 ໄດ້ຈັດຂື້ນໃນໄລຍະວັນທີ 28 ຕຸລາ ຫາ 28 ພະຈິກ 2019 ແບ່ງເປັນ 4 ສູນ ລາຍລະອຽດມີດັ່ງນີ້: ສູນທີ 1: ຈັດຂື້ນໃນວັນທີ 28 ຕຸລາ ຫາ 08 ພະຈິກ 2019 ທີ່ວິທະຍາໄລຄູ ຄັງໄຂ ແຂວງຊຽງຂວາງ, ໂດຍການເປັນປະທານຂອງທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ແລະ ທ່ານ ບຸນຄົງ ລັດຕະນະວິໄລ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ວັນນີ ຢ່າງເຈັຍມົວ ຜູ້ອຳນວຍການ ວິທະຍາໄລຄູ ຄັງໄຂ ແລະ ສີອຳພອນ ບົວຄຳວົງສາ ຕາງໜ້າອົງການ ອຸຍນິເຊັບ, ມີຜູ້ເຂົ້າຮ່ວມທັງໝົດ 128 ຄົນ ຍິງ 34 …

ກອງປະຊຸມເຝິກອົບຮົມ ຄູສຶກສານິເທດ ຊັ້ນປະຖົມສຶກສາ (ໂມດຸນ 1) Read More »