ພະແນກກໍ່ສ້າງຄູ

ກອງປະຊຸມ ພັດທະນາຫຼັກສູດຝຶກອົບຮົມຄູ ສຳລັບຄູທີ່ສອນບໍ່ຖືກຊັ້ນ, ບໍ່ຖືກສາຍ ແລະ ຄູທີ່ບໍ່ຜ່ານສະຖານການສຶກສາຄູ

ໂດຍປະຕິບັດຕາມຂໍ້ຕົກລົງຂອງ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 5195/ສສກ, ລົງວັນທີ 3 ພະຈິກ 2020 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມກອງປະຊຸມພັດທະນາຫຼັກສູດຝຶກອົບຮົມຄູ ສໍາລັບຄູທີ່ສອນບໍ່ຖືກຊັ້ນ, ບໍ່ຖືກສາຍ ແລະ ຄູທີ່ບໍ່ຜ່ານສະຖານການສຶກສາຄູ ໃນວັນທີ 20-26 ກໍລະກົດ 2021 ທີ່ ສະໂມສອນວິທະຍາໄລຄູບ້ານເກິນ ເມືອງທຸລະຄົມ ແຂວງ ວຽງຈັນ. ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ; ມີຜູ້ເຂົ້າຮ່ວມທັງໝົດ 49 ທ່ານ ຍິງ 23 ທ່ານ ເຊິ່ງມາຈາກ ກົມສ້າງຄູ, ກົມຈັດຕັ້ງ ແລະ ພະນັກງານ, ກົມອາຊີວະສຶກສາ, ສູນພັດທະນາຄູ, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລຄູ 7 ແຫ່ງ. ຈຸດປະສົງຂອງກອງປະຊຸມ:– ເພື່ອພັດທະນາໂຄງຮ່າງຫຼັກສູດຝຶກອົບຮົມຄູ;– …

ກອງປະຊຸມ ພັດທະນາຫຼັກສູດຝຶກອົບຮົມຄູ ສຳລັບຄູທີ່ສອນບໍ່ຖືກຊັ້ນ, ບໍ່ຖືກສາຍ ແລະ ຄູທີ່ບໍ່ຜ່ານສະຖານການສຶກສາຄູ Read More »

ກອງປະຊຸມລາຍງານການຕິດຕາມ ແລະ ຖອດຖອນບົດຮຽນກ່ຽວກັບການນໍາໃຊ້ຫ້ອງທົດລອງ ໃນວິທະຍາໄລຄູ 08 ແຫ່ງ

ກົມສ້າງຄູຈັດກ້ອງປະຊຸມລາຍງານການຕິດຕາມ ແລະ ຖອດຖອນບົດຮຽນກ່ຽວກັບການນໍາໃຊ້ຫ້ອງທົດລອງ ໃນວິທະຍາໄລຄູ 08 ແຫ່ງ…..

ກອງປະຊຸມຄົ້ນຄວ້າຕຳແໜ່ງວິຊາການຄູ

ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຕັ້ງປະຕິບັດຄໍາສັ່ງແນະນຳຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການຄົ້ນຄວ້າຕຳແໜ່ງວິຊາການຄູ ໃຫ້ແກ່ຄູສອນໃນວິທະຍາໄລຄູ ຜູ້ມີຜົນງານດີເດັ່ນໃນການສິດສອນ ແລະ ການປະກອບສ່ວນວຽກງານດ້ວຍຄວາມຮັບຜິດຊອບສູງ ເພື່ອນຳສະເໜີເຂົ້າດຳລົງຕຳແໜ່ງວິຊາການຄູໃນລະດັບ ຜູ້ຊ່ວຍອາຈານ ແລະ ອາຈານ ໄດ້ຈັດຂື້ນທີ່ ວິທະຍາໄລຄູ 08 ແຫ່ງ ແລະ ວິທະຍາໄລສົງ 02 ແຫ່ງ; ໄດ້​ຊຸກຍູ້​ຄູ​ສອນຜູ້​ທີ່​ມີ​ຄວາມ​ຫ້າວ​ຫັນ ​ແລະ ມີ​ຜົນງານ​ດີ​ເດັ່ນ, ມີ​ເງື່ອນ​ໄຂ ​ແລະ ​ໄດ້​ມາດຖານຕາມ​ທີ່​ກຳນົດ​ໄວ້ໃຫ້​ຕື່ນ​ຕົວ​ສະໝັກ ​ແລະ ປະກອບ​ເອກະສານ​ເພື່ອ​ສະ​ເໜີຂໍ​ດຳລົງ​ຕຳ​ແໜ່ງວິຊາ​ການ​ຄູເຊີ່ງສາມາດສັງລວມໄດ້ຈໍານວນ 84 ຄົນ, ຍິງ 40 ຄົນ, ໃນນັ້ນມີຜູ້ຊ່ວຍອາຈານ ຈຳນວນ 47 ຄົນ ຍິງ 24 ຄົນ ແລະ ອຈານ ຈຳນວນ 37 ຄົນ ຍິງ 16 ຄົນ; ຈຸດປະສົງຂອງກອງປະຊຸມ:…1) ເພື່ອ​ເປັນ​ການ​ເຊີດ​ຊູ​ຖານະ​ບົດ​ບາດ …

ກອງປະຊຸມຄົ້ນຄວ້າຕຳແໜ່ງວິຊາການຄູ Read More »