ການຮ່ວມມືກັບສາກົນ

ກອງປະຊຸມປຶກສາຫາລື ແລະ ກະກຽມເອກະສານປະມູນ ການກໍ່ສ້າງໂຮງຮຽນສາທິດ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູ ໃນ ສປປ ລາວ

ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ແລະ ກະ​ກຽມ​ເອ​ກະ​ສານ​​ປະ​ມູນ ການກໍ່​ສ້າງ​ໂຮງ​ຮຽນ​ສາ​ທິດ ພາຍ​ໃຕ້​ໂຄງ​ການ​ປັບ​ປຸງວິ​ທະ​ຍາ​ໄລ​ຄູ ໃນ ສ​ປ​ປ ລາວ ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 14-15 ກັນ​ຍາ 2021 ທີ່ ຫ້ອງ​​ປະ​ຊຸມ​ຕຶກ​ ICT ໂດຍ​ການ​ເປັນ​ປະ​ທານ​ຂອງ ​ທ່ານ ເກດ ພັນ​ລັກ ຫົວ​ໜ້າ​ກົມ​ສ້າງ​ຄູ ມີທ່ານ ​ຮອງ​ຫົວ​ໜ​າ​ກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ຈາກກົມສ້າງຄູ, ຫ້ອງ​ການ​ກະ​ຊວງ, ກົມການເງິນ, ກົມແຜນການເຂົ້າ​ຮ່ວມ ນອກຈາກນີ້ຍັງມີທ່ານ ອາກິຣະ ຊຶກິອຸຣະ ຫົວໜ້າທີມທີ່ປຶກສາໂຄງການ ຂອງອົງການໄຈກາ ແລະ ທິມງານບໍລິສັດໂມລິເຂົ້າຮ່ວມທັງໝົດ 11 ທ່ານ, ຍິງ 06 ທ່ານ. ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມນີ້​: ເພຶ່ອປຶກ​ສາ​ຫາ​ລື​ເນື້ອ​ໃນລະອຽດກ່ຽວກັບເອກະສານ ແລະ ຂັ້ນຕອນຂອງການປະມູນ​ກໍ່​ສ້າງ ໂຮງ​ຮຽນ​ສາ​ທິດ. ​ເຊີ່ງ​ໂຄງ​ການ​ດັ່ງ​ກ່າວໄດ້​ຮັບ​ການ​ເຊັນ​ສັນ​ຍາ​ລະ​ຫວ່າງ​ລັດ​ຖະ​ບານ​ລາວ ຕ່າງ​ໜ້າ​ໂດຍ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທືນ ແລະ ລັດ​ຖະ​ບານ​ຍີ່​ປຸ່ນ ​ມາ​ແຕ່ ປີ …

ກອງປະຊຸມປຶກສາຫາລື ແລະ ກະກຽມເອກະສານປະມູນ ການກໍ່ສ້າງໂຮງຮຽນສາທິດ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູ ໃນ ສປປ ລາວ Read More »

ກອງປະຊຸມເຝິກອົບຮົມ ຄູສຶກສານິເທດ ຊັ້ນປະຖົມສຶກສາ (ໂມດຸນ 1)

ກອງປະຊຸມເຝິກອົບຮົມ ການສຶກສານິເທດ ຊັ້ນປະຖົມສຶກສາ ໂມດູນ 1 ໄດ້ຈັດຂື້ນໃນໄລຍະວັນທີ 28 ຕຸລາ ຫາ 28 ພະຈິກ 2019 ແບ່ງເປັນ 4 ສູນ ລາຍລະອຽດມີດັ່ງນີ້: ສູນທີ 1: ຈັດຂື້ນໃນວັນທີ 28 ຕຸລາ ຫາ 08 ພະຈິກ 2019 ທີ່ວິທະຍາໄລຄູ ຄັງໄຂ ແຂວງຊຽງຂວາງ, ໂດຍການເປັນປະທານຂອງທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ແລະ ທ່ານ ບຸນຄົງ ລັດຕະນະວິໄລ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ວັນນີ ຢ່າງເຈັຍມົວ ຜູ້ອຳນວຍການ ວິທະຍາໄລຄູ ຄັງໄຂ ແລະ ສີອຳພອນ ບົວຄຳວົງສາ ຕາງໜ້າອົງການ ອຸຍນິເຊັບ, ມີຜູ້ເຂົ້າຮ່ວມທັງໝົດ 128 ຄົນ ຍິງ 34 …

ກອງປະຊຸມເຝິກອົບຮົມ ຄູສຶກສານິເທດ ຊັ້ນປະຖົມສຶກສາ (ໂມດຸນ 1) Read More »