ກອງປະຊຸມສະພາທີ່ປຶກສາການສ້າງຄູ ປະຈຳປີ 2019 ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 13 ມັງກອນ 2020 ທີ່ ວິທະຍາໄລຄູດົງຄຳຊ້າງ, ພາຍໃຕ້ການເປັນປະ ທານຂອງ ທ່ານ ຮສ ປອ ກອງສີ ແສງມະນີ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ມີຜູ້ເຂົ້າຮ່ວມທັງໝົດ 50 ທ່ານ, ຍິງ 09 ທ່ານ ເຊິ່ງປະກອບມີຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ຫົວໜ້າ/ຮອງ ກົມທີ່ກ່ຽວຂ້ອງ, ຜູ້ອຳນວຍການ ສວສ, ຄະນະບໍດີ ຄະນະສຶກສາສາດ 04 ແຫ່ງ, ຜູ້ອຳນວຍການ ວິທະຍາໄລຄູ 08 ແຫ່ງ, ວິທະຍາໄລສົງ 02 ແຫ່ງ, ວິທະຍາໄລພະລະສຶກສາ ແລະ ວິທະຍາໄລສິລະປະສຶກສາ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອ:
1) ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂະແໜງການຍ່ອຍ ການສຶກສາຄູ ປະຈຳປີ 2019 ແລະ ແຜນປະຈຳປີ 2020
2) ສະເໜີແຜນຍຸດທະສາດ 5 ປີ (2021—2025) ຂອງຂະແໜງການຍ່ອຍ ການສຶກສາຄູ
3) ລາຍງານສະພາບລວມຂອງວຽກງານນິເທດໃນໄລຍະຜ່ານມາ ແລະ ທິດທາງຈັດຕັ້ງປະຕິບັດ
4) ລາຍງານຄວາມຄືບໜ້າຂອງວຽກງານການປັບປຸງຫຼັກສູດສາຍສ້າງຄູ ແລະ ສະເໜີໂຄງສ້າງການຈັດຕັ້ງ ແລະ ພາລະບົດບາດຂອງວິທະຍາໄລຄູ
5) ລາຍງານການປະຕິບັດງຽກງານປະກັນຄຸນນະພາບພາຍໃນ ວິທະຍາໄລຄູ ແລະ ການຍົກຖານະຂອງວິທະຍາໄລຄູ
ກອງປະຊຸມໄດ້ຮັບຟັງຄໍາເຫັນ ແລະ ທິດຊີ້ນຳ ໃນວາລະກ່າວເປີດກອງປະຊຸມ ຂອງ ທ່ານ ຮສ. ປອ ກອງສີ ແສງມະນີ, ເຊິ່ງທ່ານໄດ້ໃຫ້ກຽດໂອ້ລົມ ແລະ ຕັ້ງປະເດັນເຈາະຈີ້ມໃຫ້ຜູ້ແທນກອງປະຊຸມໄດ້ຄົ້ນຄວ້າ ແລະ ສົນທະນາຮ່ວມກັນໃນຫຼາຍບັນຫາ. ການດຳເນີນກອງປະຊຸມ ໄດ້ມີການຄົ້ນຄວ້າ ແລກປ່ຽນຄຳຄິດເຫັນ ແລະ ໄດ້ມີມະຕິຕົກລົງ ດັ່ງນີ້:
1. ເຫັນດີຮັບຮອງບົດສະຫຼຸບການຈັດຕັ້ງປະຕິບັດຂະແໜງການຍ່ອຍ ການສຶກສາຄູ ປະຈຳປີ 2019 ແລະ ແຜນປະຈຳປີ 2020 ໂດຍພື້ນຖານ, ຊຶ່ງຕ້ອງໄດ້ປັບປຸງບາງຈຸດ ຕາມການປະກອບຄຳເຫັນຂອງສະມາຊິກກອງປະຊຸມ;
2. ເຫັນດີໃຫ້ຫຼຸດ ນັກຮຽນ/ນັກສຶກສາຄູ ທີ່ໄດ້ອັດຕາເບ້ຍລ້ຽງ ຈາກ 20% ເປັນ 10% ໂດຍມອບໃຫ້ ວິທະຍາໄລເປັນຜູ້ຄັດເລືອກທັງໝົດ;
3. ເຫັນດີໃຫ້ສືບຕໍ່ກະກຽມ ໃນການຍົກວິທະຍາໄລຄູ ໃຫ້ເປັນສະຖາບັນການສຶກສາຄູ;
4. ມອບໃຫ້ ວິທະຍາໄລຄູແຕ່ລະແຫ່ງ ເຮັດການ ສຳຫຼວດສະຖິຕິການບັນຈຸເຂົ້າເຮັດວຽກຂອງນັກສຶກສາທີ່ຮຽນຈົບ ໃນໄລຍະ 3 ປີ;
5. ການປັບປຸງວຽກງານສຶກສານິເທດ ໃຫ້ເລັງໃສ່ການທົບທວນ ແລະ ປັບປຸງກ່ຽວກັບນິຕິກຳກ່ອນ ເພື່ອເຮັດໃຫ້ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ມີປະສິທິພາບ;
6. ໃຫ້ທົບທວນຄືນກ່ຽວກັບການປັບປຸງຫຼັກສູດສ້າງຄູ ໂດຍສະເພາະຫຼັກສູດສ້າງຄູປະຖົມສຶກສາ ເພື່ອໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຫຼັກສູດປະຖົມສຶກສາ ສະບັບປັບປຸງໃໝ່;
7. ມອບໃຫ້ວິທະຍາໄລຄູ ສົມທົບກັບກົມຈັດຕັ້ງ ແລະ ພະນັກງານ ນຳໃຊ້ຂະບວນຝຶກຫັດວິຊາຊີບຄູໃນແຕ່ລະສົກຮຽນ ໃນການສຳຫຼວດຄວາມຕ້ອງການຄູຂອງແຕ່ລະໂຮງຮຽນທີ່ມີການລົງຝຶກຫັດວິຊາຊີບ;
8. ເຫັນດີໃຫ້ວິທະຍາໄລຄູແຕ່ລະແຫ່ງ ປະກອບບຸກຄະລາກອນເຂົ້າໃນຕຳແໜ່ງງານຕ່າງໆ ຕາມໂຄງຮ່າງການຈັດຕັ້ງທີ່ມີຢູ່;
9. ໃຫ້ສະຖາບັນສ້າງຄູແຕ່ລະແຫ່ງຄັດເລືອກບຸກຄະລະກອນ ແຫ່ງລະໜຶ່ງຄົນ ເພື່ອເຂົ້າເປັນເປົ້າໝາຍຄັດເລືອກປະກອບເຂົ້າເປັນທີມງານ ຄົ້ນຄວ້າວິໄຈ ກ່ຽວກັບປັດໄຈ ທີ່ມີຜົນກະທົບຕໍ່ຜົນການຮຽນຂອງນັກຮຽນຊັ້ນປະຖົມສຶກສາ.