ປະຫວັດຄວາມເປັນມາກົມສ້າງຄູ

Department of Teacher Education

ກົມສ້າງຄູຂຽນດ້ວຍຕົວອັກສອນຫຍໍ້ “ສຄ” ເປັນກົງຈັກບໍລິຫານ ໃນໂຄງປະກອບການຈັດຕັ້ງຂອງກະຊວງສຶກສາທິການ ແລະ ກິລາ ມີພາລະບົດບາດເປັນເສນາທິການ ໃຫ້ແກ່ລັດຖະມົນຕີ ແລະ ຄະນະພັກກະຊວງກ່ຽວກັບວຽກງານກໍ່ສ້າງ, ບຳລຸງ, ຍົກລະດັບ ແລະ ພັດທະນາວິຊາຊີບຄູ ເພື່ອຕອບສະໜອງໃຫ້ແກ່ຂະແໜງການສຶກສາໃນຂອບເຂດທົ່ວປະເທດ.

ທ່ານ ເກດ ພັນລັກ

ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ

ບັນດາຫົວໜ້າກົມສ້າງຄູ ແຕ່ອາດີດເຖິງປັດຈຸບັນ

ທ່ານ ບຸນຄ້ຳ ຈະເລີນສຸກ
(1976-1979)
ທ່ານ ບຸນມີ ບັນນາວົງ
(1983-1988)
ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ
(1998-2006)
ທ່ານ ຈັນດີ ພົມມະບຸດ
(2012-2017)
ທ່ານ ຄໍາຜອງ ພັນວົງສາ
(1980-1982)
ທ່ານ ດວງຕາ ບຸນລາວົງ
(1988-1998)
ທ່ານ ມີທອງ ສຸວັນວິໄຊ
(2006-2012)
ທ່ານ ເກດ ພັນລັກ
(2018 - ປັດຈຸບັນ)

ເຫດການປະຫວັດສາດ ກ່ຽວກັບວຽກງານສ້າງຄູ
The Historical Events About Teacher Education

1998

  • ເປີດວິທະຍາໄລຄູ ຄັງໄຂ (ຊຽງຂວາງ).
  • ສູນບຳລຸງຄູຍັງມີ 13 ແຫ່ງ (ຄຳ​ມ່ວນ, ສະຫວັນ​ນະ​ເຂດ, ​ໄຊ​ຍະ​ບູລີ, ຈໍາປາ​ສັກ, ສາລະ​ວັນ, ຄັງ​ໄຊ, ຫົວພັນ, ຫຼວງ​ນ້ຳ​ທາ, ບ້ານ​ເກິ​ນ, ຫຼວງ​ພະ​ບາງ, ຜົ້ງ​ສາລີ, ອຸດົມ​ໄຊ, ວຽງ​ຈັນ).

1999

  • ລວມສ້າງຄູອະນຸບານດົງໂດກເຂົ້າກັບໂຮງຮຽນສ້າງຄູອະນຸບານ ດົງຄຳຊ້າງ.
  • ຂະຫຍາຍການສ້າງຄູປະຖົມ 11+1 ໄປໃນທຸກວິທະຍາໄລຄູ ແລະ ໂຮງຮຽນສ້າງຄູ.
  • ເລີ່ມໄຂການສ້າງຄູອະນຸບານ 11+1 ປີທຳອິດຢູ່ສ້າງຄູ ດົງຄຳຊ້າງ.
  • ຫຼຸດຈຳນວນໂຮງຮຽນສ້າງຄູ 13 ແຫ່ງ (ນັບທັງຄະນະສຶກສາສາດ) ໃຫ້ຍັງ 11 ແຫ່ງ (ນັບທັງສ້າງຄູພະລະສຶກສາແລະ ສິລະປະສຶກສາ) ດ້ວຍການຍົກຍ້າຍສ້າງຄູອະນຸບານ ດົງໂດກໄປສ້າງຄູດົງຄຳຊ້າງ ແລະ ຫັນສ້າງຄູແຂວງຜົ້ງສາລີເປັນໂຮງຮຽນບຳລຸງວັດທະນະທຳ.

2000

  • ສູນບຳລຸງຄູບໍ່ໄດ້ມາດຖານມີ 18 ແຫ່ງ (16 ແຂວງ ແລະ 1 ເຂດພິເສດ ແລະ ກຳແພງນະຄອນ).
  • ສີ້ນສຸດໂຄງການ EQIP II.

2009

  • ຫັນ​ໂຮງຮຽນ​ສ້າງ​ຄູ​ສິລະ​ປະ​ສຶກສາ​ເປັນ​ ວິທະຍາ​ໄລ​ສິລະ​ປະ​ສຶກສາ.

2010

  • ຫັນສ້າງຄູດົງຄຳຊ້າງເປັນວິທະຍາໄລຄູ ດົງຄຳຊ້າງ.
  • ຫັນສ້າງຄູສາລະວັນເປັນວິທະຍາໄລຄູ ສາລະວັນ.
  • ຫັນສ້າງຄູຫຼວງນ້ຳທາເປັນວິທະຍາໄລຄູ ຫຼວງນ້າທາ.

2011

  • ໄຂປະລິນຍາຕີຕໍ່ເນື່ອງຄູພະລະສຶກສາ.
  • ໄຂການສ້າງຄູພະລະສຶກສາຊັ້ນສູງ 12+4.

2012

  • ເລີ່ມສ້າງຄູມັດທະຍົມຕອນຕົ້ນ 5 ສາຍ ປະລິນຍາຕີ 12+4.

2013

  • ເລີ່ມສ້າງຄູປະຖົມ ປະລິນຍາຕີ (12+4) ທີ່ວິທະຍາໄລຄູດົງຄຳຊ້າງ.

2014

  • ເລີ່ມສ້າງຄູມັດທະຍົມລະດັບປະລິນຍາຕີສອນໄດ້ແຕ່ ມ1-ມ7 (ໃນວິທະຍາໄລຄູ 5 ແຫ່ງ ແລະ ຄະນະສຶກສາສາດ 3 ແຫ່ງ).

2015

  • ເລີ່ມສ້າງຄູມັດທະຍົມປະລິນຍາຕີສອນໄດ້ແຕ່ ມ1-ມ7 ໃນວິທະຍາໄລຄູທຸກແຫ່ງ ແລະ ຄະນະສຶກສາສາດຂອງ ມະຫາວິທະຍາໄລ 4 ແຫ່ງ