ຫຼັກສູດຕ່າງໆ
ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ແມ່ນມີສ່ວນຮ່ວມທີ່ສຳຄັນ ສຳລັບການພັດທະນາຫຼັກສູດຕ່າງໆ, ການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດ ທັງໃນສະຖານການສຶກສາຄູ ແລະ ລະບົບການສຶກສາອື່ນໆທີ່ກ່ຽວຂ້ອງ ໂດຍສະເພາະສາຍສ້າງຄູ ແລະ ລະບົບສາມັນສຶກສາ ຕ້ອງມີຄວາມສອດຄອງໄປໃນທິດທາງດ່ຽວກັນ ທາງດ້ານເນື້ອໃນ ແລະ ຂະບວນການຮຽນການສອນຕ່າງໆ...
ພາກວິຊາຄູຈິດຕະວິທະຍາການສຶກສາ ປະກອບດ້ວຍ 3 ໜ່ວຍວິຊາຄື: ຈິດຕະວິທະຍາ, ສຶກສາສາດ ແລະ ເຝິກປະສົບການ, ການແນະແນວ ແລະ ໃຫ້ຄຳເປິກສາ ແລະ 1 ໜ່ວຍງານຄື ໜ່ວຍງານບໍລິການວິຊາການ.
ພາກວິຊາຄູວິທະຍາສາດທຳມະຊາດ ປະກອບດ້ວຍ 5 ໜ່ວຍວິຊາຄື: ຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະສາດ, ຄອມພິວເຕີ ແລະ 2 ໜ່ວຍງານຄື ໜ່ວຍງານຫ້ອງທົດລອງ ແລະ ໜ່ວຍງານບໍລິການວິຊາການ.
ພາກວິຊາຄູວິທະຍາສາດສັງຄົມ ປະກອບດ້ວຍ 3 ໜ່ວຍວິຊາຄື: ພູມສາດ, ປະຫວັດສາດ, ການເມືອງແລະ 1 ໜ່ວຍງານຄື ໜ່ວຍງານບໍລິການວິຊາການ.
ພາກວິຊາຄູພາສາລາວ – ວັນນະຄະດີ ປະກອບ ດ້ວຍ 2 ໜ່ວຍວິຊາຄື: ຄູພາສາລາວ, ຄູວັນນະຄະດີ ແລະ 1 ໜ່ວຍງານຄື ໜ່ວຍງານບໍລິການວິຊາການ.
ພາກວິຊາຄູພາສາຕ່າງປະເທດ ປະກອບດ້ວຍ 4 ໜ່ວຍວິຊາຄື: ຄູພາສາອັງກິດ, ຄູພາສາຝຣັ່ງ, ພາສາອັງກິດ, ພາສາຝຣັ່ງ ແລະ 1 ໜ່ວຍງານຄື ໜ່ວຍງານບໍລິການວິຊາການ.
ພາກວິຊາບໍລິຫານການສຶກສາ ປະກອບດ້ວຍ 4ໜ່ວຍວິຊາຄື: ບໍລິຫານການສຶກສາ, ຄຸ້ມຄອງການສຶກສາ, ພັດທະນາການສຶກສາ, ຄວາມຮູ້ພື້ນຖານວິຊາສະເພາະ ແລະ 1 ໜ່ວຍງານຄື ໜ່ວຍງານບໍລິການວິຊາການ.
Yes, these files are fully layered.
Click on the mask and click “B” for brush tool.
You will need Photoshop preferably version CS6 and newer.
You will need Photoshop preferably version CS6 and newer.
You will need Photoshop preferably version CS6 and newer.