ກອງປະຊຸມເຝິກອົບຮົມ ຄູສຶກສານິເທດ ຊັ້ນປະຖົມສຶກສາ (ໂມດຸນ 1)


ກອງປະຊຸມເຝິກອົບຮົມ ການສຶກສານິເທດ ຊັ້ນປະຖົມສຶກສາ ໂມດູນ 1 ໄດ້ຈັດຂື້ນໃນໄລຍະວັນທີ 28 ຕຸລາ ຫາ 28 ພະຈິກ 2019 ແບ່ງເປັນ 4 ສູນ ລາຍລະອຽດມີດັ່ງນີ້:

ສູນທີ 1: ຈັດຂື້ນໃນວັນທີ 28 ຕຸລາ ຫາ 08 ພະຈິກ 2019 ທີ່ວິທະຍາໄລຄູ ຄັງໄຂ ແຂວງຊຽງຂວາງ, ໂດຍການເປັນປະທານຂອງທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ແລະ ທ່ານ ບຸນຄົງ ລັດຕະນະວິໄລ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ວັນນີ ຢ່າງເຈັຍມົວ ຜູ້ອຳນວຍການ ວິທະຍາໄລຄູ ຄັງໄຂ ແລະ ສີອຳພອນ ບົວຄຳວົງສາ ຕາງໜ້າອົງການ ອຸຍນິເຊັບ, ມີຜູ້ເຂົ້າຮ່ວມທັງໝົດ 128 ຄົນ ຍິງ 34 ຄົນ..

ສູນທີ 2: ຈັດຂື້ນໃນວັນທີ 28 ຕຸລາ ຫາ 08 ພະຈິກ 2019 ທີ່ວິທະຍາໄລຄູສາລະວັນ ແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ແລະ ທ່ານ ສິລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ; ມີຜູ້ເຂົ້າຮ່ວມທັງໝົດ 81 ຄົນ ຍິງ 31 ຄົນ

ສູນທີ 3: ຈັດຂື້ນໃນວັນທີ 18 ຫາ 28 ພະຈິກ 2019 ທີ່ວິທະຍາໄລຄູບ້ານເກິນ ແຂວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ, ທ່ານ ປອ ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ ແລະ ທ່ານນາງ ຈັນທະມາລາ ສຸທຳມະວົງ ຜູ້ອຳນວຍການ ວິທະຍາໄລຄູ ບ້ານເກິນ; ມີຜູ້ເຂົ້າຮ່ວມທັງໝົດ 91 ຄົນ, ຍິງ 36 ຄົນ

ສູນທີ 4: ຈັດຂື້ນໃນວັນທີ 18 ຫາ 28 ພະຈິກ 2019 ທີ່ວິທະຍາໄລຄູສະຫວັນນະເຂດ ແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງທ່ານ ຮສ.ນາງ ວົງເດືອນ ໂອໃສ ຮອງຫົວໜ້າກົມສ້າງຄູ, ແລະ ທ່ານນາງ ຫຼິງທອງ ແສງຕາວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ; ມີຜູ້ເຂົ້າຮ່ວມທັງໝົດ 80 ຄົນ, ຍິງ 26 ຄົນ
ກອງປະຊຸມໄດ້ກ່າວມີຈຸດປະສົງ ເພື່ອເພີ່ມຂີດຄວາມສາມາດດ້ານວິຊາການທີ່ເປັນພື້ນຖານ, ລວມທັງຄວາມຮູ້ກ່ຽວກັບຫຼັກສູດປະຖົມ ແລະ ການຮຽນຮູ້ແບບຕັ້ງໜ້າ, ເພີ່ມຄວາມຮູ້ ຄວາມສາມາດ ແລະ ທັກສະການເປັນຄູສຶກສານິເທດ, ລວມທັງວິທີການນິເທດ, ການປັບປຸງການຮຽນ-ການສອນ ໂດຍຖືເອົາໂຮງຮຽນເປັນຫຼັກ ໃຫ້ທິມງານຄູສຶກສານິເທດ ແລະ ເພື່ອເພີ່ມຄວາມຮູ້ດ້ານການລົງຕິດຕາມ ຊຸກຍູ້ ແລະ ຊ່ວຍເຫຼືອຄູໃນເວລາຈັດຕັ້ງການຮຽນການສອນ ໃຫ້ທິມງານຄູສຶກສານິເທດ; ກອງດັ່ງກ່າວໄດ້ດຳເນີນການສົນທະນາຄົ້ນຄວ້າໃນຫົວຂໍ້ດັ່ງກ່າວ ແລະ ປິດລົງດ້ວຍຜົນສຳເລັດໃນວັນທີ 28 ພະຈິກ 2019 ຢ່າງເປັນທາງການ


Ref: ບົດລາຍງານກອງປະຊຸມ ເລກທີ 967/ສຄ; ລົງວັນທີ 24 ທັນວາ 2019