ກອງປະຊຸມຄົ້ນຄວ້າຕຳແໜ່ງວິຊາການຄູ


ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຕັ້ງປະຕິບັດຄໍາສັ່ງແນະນຳຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການຄົ້ນຄວ້າຕຳແໜ່ງວິຊາການຄູ ໃຫ້ແກ່ຄູສອນໃນວິທະຍາໄລຄູ ຜູ້ມີຜົນງານດີເດັ່ນໃນການສິດສອນ ແລະ ການປະກອບສ່ວນວຽກງານດ້ວຍຄວາມຮັບຜິດຊອບສູງ ເພື່ອນຳສະເໜີເຂົ້າດຳລົງຕຳແໜ່ງວິຊາການຄູໃນລະດັບ ຜູ້ຊ່ວຍອາຈານ ແລະ ອາຈານ ໄດ້ຈັດຂື້ນທີ່ ວິທະຍາໄລຄູ 08 ແຫ່ງ ແລະ ວິທະຍາໄລສົງ 02 ແຫ່ງ; ໄດ້​ຊຸກຍູ້​ຄູ​ສອນຜູ້​ທີ່​ມີ​ຄວາມ​ຫ້າວ​ຫັນ ​ແລະ ມີ​ຜົນງານ​ດີ​ເດັ່ນ, ມີ​ເງື່ອນ​ໄຂ ​ແລະ ​ໄດ້​ມາດຖານຕາມ​ທີ່​ກຳນົດ​ໄວ້ໃຫ້​ຕື່ນ​ຕົວ​ສະໝັກ ​ແລະ ປະກອບ​ເອກະສານ​ເພື່ອ​ສະ​ເໜີຂໍ​ດຳລົງ​ຕຳ​ແໜ່ງວິຊາ​ການ​ຄູເຊີ່ງສາມາດສັງລວມໄດ້ຈໍານວນ 84 ຄົນ, ຍິງ 40 ຄົນ, ໃນນັ້ນມີຜູ້ຊ່ວຍອາຈານ ຈຳນວນ 47 ຄົນ ຍິງ 24 ຄົນ ແລະ ອຈານ ຈຳນວນ 37 ຄົນ ຍິງ 16 ຄົນ;
ຈຸດປະສົງຂອງກອງປະຊຸມ:…
1) ເພື່ອ​ເປັນ​ການ​ເຊີດ​ຊູ​ຖານະ​ບົດ​ບາດ ​ແລະ ກຽດສັກ​ສີ​ຂອງ​ຄູ ​ໃຫ້​ເປັນ​ທີ່​ເຄົາລົບ​ຮັກ ​ແລະ ນັບຖື​ຂອງ​ສັງຄົມ.
2) ເພື່ອ​ເປັນ​ການ​ຊຸກຍູ້, ສົ່ງ​ເສີມ​ຂະ​ບວນການ ສອນ​ດີ-ຮຽນ​ເກັ່ງ ​ໃຫ້​ມີ​ຄວາມ​ຟົ​ດຟື້ນ ​ແລະ ມີ​ລັກສະ​ນະ​ແຂ່ງ​ຂັນ​.
3) ເພື່ອ​ຄົ້ນຄວ້າ ພິຈາລະ​ນາ​ເອົາ​ຄູ​ຜູ້ທີ່ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ສິດ​ສອນ ​ແລະ ການ​ປະກອບສ່ວນ​ວຽກງານການສອນດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ພ້ອມທັງນຳ​ສະ​ເໜີ​ເຂົ້າຜ່ານຄູສອນທີ່ດຳລົງ​ຕຳ​ແໜ່ງວິຊາ​ການ​ຄູ.



Ref: …..